6 ປະໂຫຍດຂອງພິກໄທດຳ ທີ່ບໍ່ໄດ້ມີດີແຕ່ຄວາມເຜັດ

 

ພິກໄທດຳ ແມ່ນພືດສະໝຸນໄພ ແລະ ເຄື່ອງປຸງທີ່ເຮັດໃຫ້ອາຫານຂອງເຮົາແຊບຂຶ້ນ ແລະ ຍັງມີຄຸນປະໂຫຍດດີໆຕໍ່ສຸຂະພາບ ດັ່ງນີ້ :

  1. ປ້ອງກັນມະເຮັງ : ພິກໄທດຳສາມາດປ້ອງກັນພະຍາດມະເຮັງໄດ້ ແລະ ຈະມີປະສິດທິພາບເພີ່ມຂຶ້ນຫລາຍເປັນ 2 ເທົ່າ ເມື່ອທ່ານກິນກັບຂີ້ໝິ້ນ ໂດຍໃນພິກໃນນັ້ນມີວິຕາມິນ C, ວິຕາມິນ A, ຟລາໂວນອຍ, ແຄໂຣທີນ ແລະ ຍັງມີສານຕໍ່ຕ້ານ ອະນຸມູນອິດສະລະອື່ນໆທີ່ຊ່ວຍກຳຈັດອະນຸມູນອິດສະລະທີ່ເປັນອັນຕະລາຍ ແລະ ປົກປ້ອງຮ່າງກາຍຈາກພະຍາດມະ ເຮັງ ແລະ ພະຍາດຮ້າຍຕ່າງໆໄດ້ ໂດຍວິທີທີ່ດີທີ່ສຸດໃນການກິນພິກໄທດຳເພື່ອປະໂຫຍດສູງສຸດແມ່ນການກິນພິກໄທດຳ ບົດສົດໆ ແລະ ບໍ່ປຸງແຕ່ງພ້ອມກັບອາຫານ ເຊິ່ງອາດຈະກິນຍາກແດ່, ແຕ່ໄດ້ປະໂຫຍດຫລາຍແທ້ໆ.
  2. ຊ່ວຍກະຕຸ້ນການຍ່ອຍອາຫານ : ສານທີ່ຊື່ວ່າ Piperine ໃນພິກໄທດຳ ຊ່ວຍກະຕຸ້ນການຍ່ອຍອາຫານ ແລະ ກະຕຸ້ນກະ ເພາະອາຫານ ເຊິ່ງຈະຫລັ່ງກົດຮີໂດຣຄລໍຣິກຂຶ້ນມາຊ່ວຍຍ່ອຍໂປຣຕິນໃນອາຫານ ດັ່ງນັ້ນ ເຖິງຈະຈຳນວນເລັກໜ້ອຍ ຂອງພິກໄທດຳໃນອາຫານກໍຈະຊ່ວຍໃຫ້ທ່ານຍ່ອຍໄດ້ໄວຂຶ້ນ.
  3. ແກ້ອາການໄອ : ພິກໄທດຳມີລິດຕ້ານເຊື້ອແບັກທີເຣຍໃນທຳມະຊາດ ຈຶ່ງຊ່ວຍໃນການປິ່ນປົວອາການໄອ ໂດຍປະສົມ ພິກໄທດຳບົດກັບນ້ຳເຜິ້ງ 1 ບ່ວງຊາ ເຊິ່ງຈະຊ່ວຍໃນການຫລຸດຄວາມຮຸນແຮງຂອງອາການແໜ້ນໜ້າເອິກ ເຊິ່ງເກີດ ຈາກການເປັນໄຂ້ຫວັດໃຫຍ່ ຫລື ການຕິດເຊື້ອໄວຣັສ ທ່ານສາມາດຊົງພິກໄທດຳໃນນ້ຳຮ້ອນ ແລະ ປະສົມນ້ຳມັນຢູຄາ ລິບຕັສ ຈາກນັ້ນສືບດົມອາຍນ້ຳລົງໄປ.
  4. ຊ່ວຍຫລຸດນ້ຳໜັກ : ທ່ານອາດຈະບໍ່ຢາກເຊື່ອເລື່ອງນີ້, ແຕ່ພິກໄທດຳນັ້ນຢູ່ຊັ້ນນອກສຸດຂອງມັນມີສານໄຟໂຕນິວທຣຽນ ເຊິ່ງຊ່ວຍໃນການທຳລາຍແຊນໄຂມັນ ແລະ ຍັງຊ່ວຍເພີ່ມການເຜົາຜານອາຫານ ຖ້າທ່ານກິນພິກໄທດຳສົດ ແລະ ເລີ່ມມີ ເຫື່ອອອກ ນັ້ນສະແດງໃຫ້ເຫັນວ່າພິກໄທດຳຊ່ວຍໃນການກຳຈັດນ້ຳສ່ວນເກີນຂອງຮ່າງກາຍ, ແຕ່ຕ້ອງກິນໃນປະລິມານ ທີ່ພໍດີ ໜ້ອຍໜຶ່ງກໍພໍ.
  5. ເຮັດໃຫ້ຜິວງາມ : ຮູ້ຫລືບໍ່ວ່າພິກໄທດຳເປັນໜຶ່ງໃນຂອງຂັວນຈາກທຳມະຊາດທີ່ດີທີ່ສຸດສຳລັບການເຮັດໃຫ້ຜິວງາມ, ການກິນອາຫານທີ່ມີພິກໄທດຳຈະເຮັດໃຫ້ຜິວທີ່ບໍ່ງາມນັ້ນຟື້ນຟູສະພາບກັບມາກ້ຽງງາມສົດໃສຂຶ້ນໄດ້ ເພາະພິກໄທດຳ ຊ່ວຍໃນການປິ່ນປົວສິວ, ສະໝານຜິວ, ຮັກສາສີຜິວໃຫ້ສະໝ່ຳສະເໝີ.
  6. ຫລຸດອາການຊຶມເສົ້າ : ສານ Peperine ໃນພິກໄທດຳຊ່ວຍໃນການຈັດການກັບອາການຊຶມເສົ້າ ໂດຍຈະໄປຊ່ວກະຕຸ້ນ ສະໝອງ ແລະ ຊ່ວຍໃຫ້ສະໝອງເຮັດວຽກໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິພາບຫລາຍກ່ວາເກົ່າ.
  • ການເກັບຮັກສາ : ເພື່ອໃຫ້ໄດ້ປະໂຫຍດສູງສຸດຈາກພິກໄທດຳ ສິ່ງສຳຄັນແມ່ນຄວນເກັບຮັກສາໄວ້ຢ່າງດີທີ່ສຸດ ຂໍແນະນຳ ໃຫ້ທ່ານຊື້ທັງພິກໄທດຳແບບເມັດ ແລະ ບົດເອງ ປະໂຫຍດຂອງການບົດພິກໄທດຳເອງ ບໍ່ພຽງແຕ່ຊ່ວຍໃຫ້ກິ່ນຫອມໃນ ອາຫານເພີ່ມຂຶ້ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ເກັບໄວ້ໄດ້ດົນຂຶ້ນນຳອີກ ໂດຍຄວນເກັບໄວ້ໃນພາຊະນະທີ່ເປັນແກ້ວປິດຝາແໜ້ນ ດີ ເອົາໄວ້ໃນບ່ອນທີ່ເຢັນ ແລະ ແຫ້ງ.