ກຸ່ມສີ່ຝ່າຍສັນຕິພາບຕາເວັນອອກກາງ ຂໍຄວາມສະຫງົບຢູ່ເຢລູຊາເລມ

ກຸ່ມເຈລະຈາສີ່ຝ່າຍເພື່ອສັນຕິພາບຕາເວັນອອກກາງຖະແຫລງວ່າ: ພວກເຮົາກັງວົນຢ່າງຍິ່ງກ່ຽວກັບຄວາມເຄັ່ງຕຶງ ແລະ ຄວາມຮຸນແຮງທີ່ເກີດຂຶ້ນຢູ່ເຂດໂອດຊິຕີຂອງນະຄອນເຢລູຊາເລມ.
ຜູ້ແທນຈາກຣັດເຊຍ, ອາເມລິກາ, ສະຫະພາບເອີຣົບ (EU) ແລະ ສະຫະປະຊາຊາດ ອອກຖະແຫລງການໃນວັນທີ 22 ກໍລະກົດວ່າ: ກຸ່ມສີ່ຝ່າຍຂໍປະນາມຢ່າງຍິ່ງຕໍ່ການກໍ່ການຮ້າຍ ລວມທັງສະແດງຄວາມເສຍໃຈທີ່ມີຜູ້ເສຍຊີວິດຈາກຄວາມຮຸນແຮງ ແລະ ຫວັງວ່າຈະຟື້ນຟູໄດ້ໂດຍໄວ. ກຸ່ມສີ່ຝ່າຍເພື່ອສັນຕິພາບຕາເວັນອອກກາງຍັງຮຽກຮ້ອງໃຫ້ທຸກຝ່າຍອົດທົນອົດກັ້ນໃຫ້ຫລາຍທີ່ສຸດ, ຫລີກເວັ້ນຈາກການກະທຳທີ່ຍົວຍຸ ແລະ ຮ່ວມມືກັນຫລຸດຄວາມຮຸນແຮງຈາກສະຖານະການຂັດແຍ່ງໃນເທື່ອນີ້. ຜູ້ແທນຈາກປະເທດດັ່ງກ່າວຍິນດີທີ່ນາຍົກລັດຖະມົນຕີອິດສະລາແອນໃຫ້ຄຳຮັບປະກັນວ່າຈະປົກປ້ອງ ແລະ ເຄົາລົບພື້ນທີ່ເຂດສັກສິດຂອງນະຄອນເຢລູຊາເລມ ລວມທັງຍັງສະໜັບສະໜູນໃຫ້ອິດສະລາແອນ ແລະ ຊອກດານີຮ່ວມມືກັນຮັກສາໄວ້.
ເຫດຮຸນແຮງເກີດຂຶ້ນຈາກມາດຕະການຮັກສາຄວາມປອດໄພໃນເຂດໂອດເຢລູຊາເລມຢ່າງເຂັ້ມງວດຂອງອິດສະລາແອນຕໍ່ຊາວປາແລັສຕິນ, ຊາວປາແລັສຕິນແທງຊາວອິດສະລາແອນເສຍຊີວິດ 3 ຄົນ ເຊິ່ງນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ຂອງອິດສະລາແອນ ບອກວ່າເປັນການກໍ່ການຮ້າຍ, ຂະນະທີ່ຊາວປາແລັສຕິນປະທ້ວງອິດສະລາແອນທີ່ຫ້າມເຂົ້າພື້ນທີ່ສັກສິດ ແລະ ປະທະກັນ, ຊາວປາແລັສຕິນເສຍຊີວິດ 3 ຄົນ ແລະ ບາດເຈັບຫລາຍຮ້ອຍຄົນ.

