10 ບຸກຄະລິກກະພາບທີ່ຄົນເຮັດວຽກຄວນມີ

ບຸກຄະລາກອນ ຖືເປັນຫົວໃຈສຳຄັນທີ່ມີຜົນຕໍ່ຄວາມສຳເລັດ ຫລື ຄວາມລົ້ມເຫລວຂອງອົງກອນ ເຊິ່ງບຸກຄະລາກອນທີ່ຖືໄດ້ ວ່າມີຄຸນນະພາບ ນອກຈາກຈະຕ້ອງມີທັກສະ, ປະສົບການ ແລະ ຄວາມຮູ້ຄວາມສາມາດໃນການເຮັດວຽ ຕາມພາລະໜ້າທີ່ແລ້ວ ຄວນຕ້ອງມີບຸກຄະລິກກະພາບທີ່ເໝາະສົມ, ສອດຄ່ອງກັບວຽກນຳ. John L. Holland ນັກຈິດຕະວິທະຍາທາງດ້ານອາຊີບ ເນັ້ນ ຄວາມສຳຄັນຂອງບຸກຄະລິກກະພາບວ່າບຸກຄົນຈະມີຄວາມສຸກ ແລະ ປະສົບຄວາມສຳເລັດໃນການເຮັດວຽກ ຄວນໄດ້ເຮັດວຽກ ຫລື ປະກອບອາຊີບທີ່ສອດຄ່ອງກັບບຸກຄະລິກກະພາບຂອງຕົນ. ບຸກຄະລິກກະພາບທີ່ມີມາຈາກກຳມະພັນ ແລະ ສິ່ງແວດລ້ອມ ຂອງແຕ່ລະຄົນ ສົ່ງຜົນສູ່ຄວາມສາມາດໃນການປັບໂຕຕໍ່ສິ່ງແວດລ້ອມ ແລະ ຄວາມແຕກຕ່າງລະຫ່ວາງບຸກຄົນ ແລະ ບຸກຄະລິກກະພາບ ມີຜົນຕໍ່ປະສິດທິພາບການເຮັດວຽກ ແລະ ສຳພັນທະພາບກັບຜູ້ອື່ນ ທັງໃນອົງກອນ ແລະ ນອກອົງກອນ ແລະ ຍັງເປັນພາບລັກທີ່ສຳຄັນຂອງອົງກອນນຳ ແລະ ຕໍ່ໄປນີ້ແມ່ນ 10 ບຸກຄະລິກກະພາບທີ່ຄົນຊອກວຽກ ແລະ ຄົນເຮັດວຽກຄວນມີ :
- ຊ່າງສັງເກດ : ຄົນທີ່ຊ່າງສັງເກດ, ຊ່າງຄິດ, ຊ່າງສືບຄົ້ນ, ຊ່າງສະແຫວງຫາຄຳຕອບໃນບັນຫາ ຈະເຮັດໃຫ້ເກີດຄວາມ ລະອຽດຮອບຄອບ ສົ່ງຜົນໃຫ້ຜົນງານຂອງຄົນຊ່າງສັງເກດນັ້ນ ລະອຽດ ແລະ ມີຄວາມຜິດພາດໜ້ອຍ.
- ຫ້າວຫັນ ແລະ ໜັກແໜ້ນ : ເປັນຄົນມັກ ແລະ ຍິນດີກັບການປ່ຽນແປງ ແລະ ປັບໂຕໃຫ້ເຂົ້າກັບສິ່ງໃໝ່ໆຢູ່ສະເໝີ, ແຕ່ກໍ ບໍ່ແມ່ນວ່າປ່ຽນໄປຕາມໝົດທຸກສິ່ງທຸກຢ່າງ ແຕ່ຈະຍິນດີປ່ຽນເມື່ອໄດ້ຂໍ້ມູນທີ່ຈະແຈ້ງ ແລະ ເມື່ອປ່ຽນແລ້ວກໍຍິນດີທີ່ຈະ ຕ້ອງໄປພະເຊີນສິ່ງແປກໃໝ່ທີ່ລໍຖ້າຢູ່ຂ້າງໜ້າ.
- ມີຄວາມຄິດລິເລີ່ມສ້າງສັນ : ຖ້າອົງກອນໃດມີບຸກຄົນທີ່ມີຄວາມຄິດລິເລີ່ມສ້າງສັນ, ຫາວິທີການແປກໃໝ່ ກໍຈະເຮັດໃຫ້ ວຽກກ້າວໜ້າໄປຢ່າງວ່ອງໄວ.
- ສູ້ວຽກ : ບຸກຄົນທີ່ປະສົບຄວາມສຳເລັດ ມັກເປັນຄົນປະເພດທີ່ບອກຕົນເອງຢູ່ສະເໝີວ່າ ບໍ່ມີສິ່ງໃດທີ່ເຂົາເຮັດບໍ່ໄດ້ ຫລື ບໍ່ ມີວຽກໃດທີ່ເຮັດບໍ່ໄດ້ ລັກສະນະດັ່ງກ່າວສົ່ງຜົນໃຫ້ບຸກຄົນມີຈິດໃຈເປັນນັກສູ້, ສິ່ງໃດບໍ່ຮູ້ກໍຄົ້ນຫາທາງແກ້ ຫລື ພະຍາ ຍາມຮຽນຮູ້ ແລະ ຈະເກີດການພັດທະນາທັງທາງດ້ານຄວາມຄິດ ແລະ ການກະທຳ.
- ມີຫົວໃຈເພື່ອວຽກ : ຄືມີໃຈຮັກໃນການເຮັດວຽກ ເຮັດວຽກເພື່ອວຽກ ບໍ່ແມ່ນເຮັດວຽກເພື່ອແລກກັບຄ່າແຮງງານ ຫລື ເງິນເດືອນພຽງຢ່າງດຽວ, ແຕ່ມີຄວາມຕັ້ງໃຈເຮັດວຽກ, ສູ້ວຽກ ແລະ ຮັບຜິດຊອບວຽກທີ່ຕົນເຮັດຢູ່ໃຫ້ສຳເລັດລຸລ່ວງ.
- ມະນຸດສຳພັນດີ : ມະນຸດສຳພັນເປັນອີກສິ່ງໜຶ່ງທີ່ສຳຄັນຫລາຍຕໍ່ການເຮັດວຽກ ເພາະມະນຸດເຮົາຕ້ອງມີການສື່ສານ ບໍ່ ວ່າກັບຄົນພາຍໃນອົງກອນ ຫລື ພາຍນອກອົງກອນ ແລະ ນອກຈາກຈະຕ້ອງເຂົ້າກັບຜູ້ອື່ນໄດ້ ຍັງຕ້ອງສື່ສານໃຫ້ຜູ້ອື່ນ ເຂົ້າໃຈໄດ້ນຳ ໂດຍສະເພາະການເຮັດວຽກຮ່ວມກັນ ແລະ ການສອນວຽກ ອົງກອນການເຮັດວຽກບໍ່ມັກນິຍົມຄົນເກັ່ງທີ່ ຖ່າຍທອດວຽກ ຫລື ສອນວຽກບໍ່ເປັນ.
- ມີຄວາມເປັນຜູ້ນຳ : ນອກຈາກອົງກອນຈະຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ມີປະສິດທິພາບໃນການເຮັດ ວຽກແລ້ວ ຍັງຕ້ອງການຜູ້ບໍລິຫານທີ່ມີຄວາມເປັນຜູ້ນຳສູງ ທີ່ຈະນຳພາທຸລະກິດໃຫ້ກ້າວໜ້າໄດ້.
- ມີຄວາມເປັນລະບຽບ ແລະ ມີວິໄນ : ລັກສະນະໃນພາກສ່ວນນີ້ຈະສົ່ງຜົນໃຫ້ມີຄວາມຮັບຜິດຊອບ, ກົງເວລາ, ເຮັດວຽກ ຢ່າງມີເປົ້າໝາຍທີ່ຈະແຈ້ງ, ສາມາດຄາດຄະເນຄວາມສຳເລັດໄດ້ລ່ວງໜ້າ ແລະ ຮູ້ຈັກເຮັດວຽກຢ່າງມີແຜນ, ມີລະບົບ ວຽກທີ່ດີ.
- ຮູ້ຈັກກາລະເທສະ : ການສະແດງຕົນໃຫ້ເໝາະສົມ ທັງການແຕ່ງກາຍ, ການເຂົ້າສະມາຄົມ, ທ່າທາງການຍ່າງ, ການ ເວົ້າ, ກິລິຍາທ່າທາງຕ່າງໆ ຕະຫລອດຈົນຄວາມສາມາດໃນການຄວບຄຸມອາລົມ ແລະ ການສະແດງອອກທາງອາລົມ ຢ່າງເໝາະສົມ ຈະຊ່ວຍເສີມສ້າງຕົນເອງໃຫ້ເປັນທີ່ຍອມຮັບຂອງສັງຄົມຄົນເຮັດວຽກ ແລະ ຜູ້ທີ່ຕ້ອງຕິດຕໍ່ພົວພັນ.
- ປັບໂຕໃຫ້ເຂົ້າກັບສະພາບແວດລ້ອມໄດ້ດີ : ແມ່ນມີຄວາມສາມາດໃນການວາງໂຕ ແລະ ປະຕິບັດວຽກງານໃຫ້ປະສົມ ກົມກືນກັບສະພາບແວດລ້ອມ ທັງບຸກຄົນ, ເວລາ, ສະຖານທີ່ ແລະ ສະຖານະການຕ່າງໆທີ່ປ່ຽນແປງຕະຫລອດເວລາ.
- ການມີບຸກຄະລິກກະພາບທີ່ດີນອກຈາກຈະຊ່ວຍໃຫ້ການເຮັດວຽກກ້າວໜ້າ ປະສົບຄວາມສຳເລັດແລ້ວ ຍັງຊ່ວຍ ເສີມສ້າງຄວາມໝັ້ນໃຈດ້ານບວກໃຫ້ກັບໂຕທ່ານເອງໄດ້ນຳ.

