ກອງປະຊຸມປະກອບຄໍາຄິດຄໍາເຫັນໃສ່ນິຕິກໍາລຸ່ມກົດໝາຍຕິດພັນກັບວຽກງານພາສີ, ອາກອນ, ງົບປະມານ

ວັນທີ 20 ສິງຫາ 2021 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ, ໄດ້ຈັດກອງປະຊຸມປະກອບຄໍາຄິດຄໍາເຫັນໃສ່ບັນດານິຕິກໍາລຸ່ມກົົດໝາຍທີ່ຕິດພັນກັບວຽກງານພາສີ, ສ່ວຍສາອາກອນ, ງົບປະມານແຫ່ງລັດ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມ-ຮອງກົມ, ຄະນະຮັບ ຜິດຊອບເຂົ້່າຮ່ວມ.

ໃນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ນິຕິກໍາລຸ່ມກົດໝາຍເປັນຕົ້ນ: ຄໍາສັ່ງແນະນໍາວ່າດ້ວຍການເພີ່ມທະວີແກ້ໄຂຕໍ່ຜູ້ຄອບຄອງຍານພາຫະນະນໍາເຂົ້າ, ນໍາໃຊ້, ແລກປ່ຽນ, ຊື້-ຂາຍທີ່ບໍ່ຖືກຕ້ອງຕາມກົດໝາຍໃນຂອບເຂດທົ່ວປະເທດ; ແຈ້ງການວ່າດ້ວຍການຍຸດຕິການແຈ້ງເສຍພາສີຍ່ອຍລະບົບ 44 (SD) ຢູ່ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ; ແຈ້ງການວ່າດ້ວຍການນໍາເຂົ້າ, ເຄື່ອນຍ້າຍ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ (ມີ 2 ສະບັບສໍາລັບພາກລັດ ແລະ ພາກທຸລະກິດທີ່ດໍາເນີນທຸລະກິດຂະແໜງນໍ້າມັນເຊື້ອໄຟ); ຄໍາແນະນໍາວ່າດ້ວຍການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກດ້ານພາສີ-ອາກອນ ຕໍ່ຜູ້ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ແລະ ນິຕິກໍາທີ່ຕິດພັນກັບວຽກງານງົບປະມານແຫ່ງລັດ.

ພ້ອມດຽວກັນນັ້ນ, ໃນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບັນດານິຕິກໍາດັ່ງກ່າວ, ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງຄົບຖ້ວນ, ຊຶ່ງໄລຍະຜ່ານມາບັນດານິຕິກໍາຕ່າງໆໃນການຈັດຕັ້ງປະຕິບັດຕົວຈິງຍັງພົບຄວາມຫຍຸ້ງຍາກທັງພາກ-ລັດ ແລະ ທຸລະກິດ. ນອກຈາກນີ້,ຍັງເຫັນວ່າມີຊ່ອງວ່າງໃນການເກັບລາຍຮັບເຂົ້າງົບປະມານ. ສະນັ້ນ, ລັດຖະບານກໍ່ຄືກະຊວງການເງິນ, ໄດ້ແຕ່ງຕັ້ງຄະນະຮັບຜິດ ຊອບໃນການຊຸກຍູ້, ກວດກາ ແລະ ຕິດຕາມພ້ອມທັງປັບປຸງນິຕິກໍາລຸ່ມກົດໝາຍທີ່ເຫັນວ່າຍັງບໍ່ທັນສອດຄ່ອງໃນສະພາບຕົວຈິງປັດຈຸບັນ, ເພື່ອຫັນໄປສູ່ການປະຕິບັດກົດໝາຍຢ່າງຖືກຕ້ອງມີຄວາມໂປ່ງໃສ, ສາມາດກວດສອບ, ກວດກາໄດ້ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.