23 ສິງຫາ ສັນຍາລັກສາມບາດຄ້ອນຍຸດທະສາດ

ໂດຍ: ທິດກໍ່າ
ວັນທີ 23 ສິງຫາ ເປັນວັນສຳຄັນທາງປະຫວັດສາດວັນໜຶ່ງສຳລັບປວງຊົນລາວຂອງພວກເຮົາ. ອັນສາເຫດກໍຍ້ອນວ່າ ກ່ອນຮອນມື້ປະກາດສ້າງຕັ້ງເປັນປະເທດໃໝ່, ລະບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແມ່ນມີຂະຍວນການລຸກຮື້ຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ. ຖືເປັນໜຶ່ງໃນ 3 ບາດຄ້ອນຍຸດທະສາດ ສາມາດຍາດເອົາໄຊຊະນະອັນສະຫງ່າລາສີມາຢູ່ໃນກຳມືຂອງຝ່າຍປະຕິວັດໄດ້ຢ່າງຊິ້ນເຊີງ.

ຕໍ່ເຫດການລຸກຮື້ຂຶ້ນຢຶດອຳນາດມາໃຫ້ປະຊາຊົນເປັນເຈົ້າໃນຄັ້ງປະຫວັດສາດທີ່ບໍ່ເຄີຍມີມາຂອງປະຊາຊົນບັນດາເຜົ່າໃນຄັ້ງນີ້ ແມ່ນພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ດ້ວຍການນຳໃຊ້ສາມບາດຄ້ອນຍຸດທະສາດ ອັນໄດ້ແກ່ກສນຕໍ່ສູ້ທາງດ້ານການເມືອງ, ການຕໍ່ສູ້ດ້ານການທະຫານ ແລະ ຂະບວນການລຸກຮື້ຂຶ້ນຢຶດອຳນາດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ໃນຂະຍວນການລຸກຮື້ຂຶ້ນຢຶດອຳນາດຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ, ປັນຍາຊົນ, ນັກຮຽນຮູ້ ນັກສຶກສາ ແມ່ນມີຂຶ້ນໃນຕົວເມືອງໃຫຍ່ໆເຊັ່ນ: ແຂວງຫລວງພະບາງ, ສະຫວັນນະເຂດ, ຈຳປາສັກ ແລະ ຈຸດທີ່ຫລາຍກວ່າໝູ່ກໍແມ່ນຢູ່ນະຄອນຫລວງວຽງຈັນ. ສ່ວນວ່າຮູບການວິທີການຢຶດອຳນາດໄດ້ສະແດງອອກໃນຫລາຍດ້ານ ໂດຍໄດ້ມີຜູ້ຕາງໜ້າປະຊາຊົນທຸກຊັ້ນຄົນ, ນັກຮຽນຮູ້, ນັກສຶກສາ, ພະນັກງານ, ທະຫານ, ຕຳຫລວດ ໄດ້ຂຶ້ນກ່າວປະນາມໂທດກຳພວກຫຸ່ນຂາຍຊາດ, ລະບອບເກົ່າທີ່ເນົ່າເໝັນ ນັບທັງເຜີຍແບຄວາມຊົ່ວຮ້າຍຂອງພວກສັກດີນາ, ຫຸ່ນຂາຍຊາດທີ່ປົກຄອງບ້ານເມືອງມາມີຫລາຍເຊັ່ນຄົນມີແຕ່ແນວຈິບຫາຍ, ປະເທດຊາດບ້ານເມືອງໄດ້ຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດມາໄດ້ຫລາຍສະຕະວັດ.

ສະເພາະທາງເບື້ອງທະຫານ, ຕຳຫລວດຂອງຝ່າຍວຽງຈັນກໍປະກາດ ແລະ ເຜີຍແບຄວາມຊົ່ວຮ້າຍຂອງນາຍເໜືອຫົວ ແລ້ວພາກັນສະໜັບສະໜູນຝ່າຍປະຕິວັດ ແລ້ວພາກັນປົດອາວຸດຢຸດໂທປະກອນຫັນມາຮ່ວມມືກັບຝ່າຍປະຕິວັດ. ນີ້ຄືປະຫວັດສາດແຫ່ງຄວາມຊົງຈຳ 23 ສິງຫາ 1975. ຈາກຂະບວນການລຸກຮື້ຂຶ້ນຢຶດອຳນາດຕໍ່ໃສ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ຄືວັນທີ 1 ຫາ ວັນທີ 2 ທັນວາ 1975 ກອງປະຊຸມໄດ້ເປັນເອກະສັນຕົກລົງພ້ອມປະກາດລົບລ້າງລະບອບສັກດີນານາຍທຶນແລ້ວສ້າງຕັ້ງຊື່ປະເທດໃໝ່ ລະບອບໃໝ່ຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນຕາມເສັ້ນທາງສັງຄົມນິຍົມ ນັບແຕ່ມື້ນັ້ນມາປະເທດຊາດຂອງພວກເຮົາມີອາຍຸໄດ້ 46 ປີແລ້ວ.

ປັດຈຸບັນ, ປະເທດຊາດຂອງພວກເຮົາພວມກ້າວໄປບົນເສັ້ນທາງແຫ່ງການສ້າງສາພັດທະນາທີ່ບໍ່ມີຍຸກໃດສະໄໝໃດທີ່ປະເທດຊາດຂອງພວກເຮົາຈະມີຄວາມຈະເລີນຮຸ່ງເຮືອງຄືດັ່ງທຸກວັນນີ້.