ທະນາຄານໂລກ ປີ 2021 ຊີ້ເສດຖະກິດລາວ ຈະຟື້ນຕົວຢູ່ລະດັບປານກາງ

ວັນທີ 20 ສິງຫາ 2021 ທີ່ນະຄອນຫລວງວຽງຈັນ, ທະນາຄານໂລກ ໄດ້ລາຍງານວ່າ: ເສດຖະກິດລາວ ຢູ່ໃນເສັ້ນທາງທີ່ຈະມີການຟື້ນຕົວໃນລະດັບປານກາງ ໃນປີ 2021 ເຖິງວ່າການລະບາດຂອງພະຍາດໂຄວິດ-19 ຮອບສອງຈະສົ່ງຜົນກະທົບຕໍ່ຜົນສໍາເລັດ ໃນການຟື້ນຕົວທາງເສດ ຖະກິດທີ່ຍາດມາໄດ້ໃນຕົ້ນປີກໍຕາມ, ແຕ່ການຟື້ນຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າການຂະຫຍາຍຕົວຂອງ GDP ຈະເພີ່ມຂຶ້ນ 3,6% ໃນປີ 2021 ທຽບໃສ່ 0,5% ໃນປີ 2020.

ອັດຕາການເຕີບໂຕດັ່ງກ່າວ, ແມ່ນຫລຸດຈາກການຄາດຄະເນເບື້ອງຕົ້ນ ໃນເດືອນມີນາ 2021 ເຊິ່ງຕອນນັ້ນໄດ້ຄາດຄະເນ ການຂະຫຍາຍຕົວໄວ້ທີ່ 4%, ເຊິ່ງຂຶ້ນກັບຂໍ້ສົມມຸດຖານຫລາຍຢ່າງ ເຊິ່ງໃນນັ້ນລວມມີ ປັດໄຈການຟື້ນຕົວທາງເສດຖະກິດຂອງບັນດາປະເທດໃກ້ຄຽງ, ການເລັ່ງສັກຢາກັນພະ ຍາດໂຄວິດ-19 ໃນທົ່ວປະເທດ ແລະ ການຫລຸດຜ່ອນການລະບາດໃນຊຸມຊົນ ໃນໄລຍະປັດຈຸບັນຈົນຮອດທ້າຍປີນີ້. ການຂະຫຍາຍຕົວຂອງເສດຖະກິດ ອາດຈະຫລຸດລົງຫລາຍກວ່າຕົວເລກທີ່ຄາດຄະເນໄວ້ ຖ້າພະຍາດໂຄວິດ-19 ຍັງມີການລະບາດຮ້າຍແຮງ ແລະ ມີການສືບຕໍ່ມາດຕະການຈໍາກັດການເຄືີ່ອນໄຫວໄປມາຂອງພົນລະເມືອງ (ລອກດາວ) ທີ່ເຂັ້ມງວດ ຫລື ໃນກໍລະນີ ສປປ ລາວ ຫາກຖືກກະທົບຈາກໄພພິບັດທໍາມະຊາດ ເຊັ່ນ: ອຸທົກກະໄພ, ໄພແລ້ງ ຫລື ການລະບາດຂອງພະຍາດສັດລ້ຽງ ທີ່ອາດຈະເກີດຊໍ້າອີກ.
ຂະແໜງກະສິກໍາ ແລະ ອຸດສາຫະກໍາ ເປັນຂະແໜງຕົ້ນຕໍ ທີ່ຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດ ໂດຍເຫັນໄດ້ຈາກການເພີ່ມຂຶ້ນຂອງການສົ່ງອອກສິນຄ້າກະສິກໍາ ແລະ ອຸດສາຫະກໍາ. ໃນນັ້ນ, ສິນຄ້າສົ່ງອອກ ເຊັ່ນ: ໄຟຟ້າ, ບໍ່ແຮ່ ແລະ ອຸດສາຫະກໍາແປຮູບ ແລະ ປຸງແຕ່ງ ກໍ່ພົບວ່າມີການຟື້ນຕົວ ເມື່ອທຽບໃສ່ປີຜ່ານມາ. ຢ່າງໃດກໍດີ ໃນຂະແໜງທ່ອງທ່ຽວ, ການບໍລິການນັກທ່ອງທ່ຽວ, ການຂົນສົ່ງ ແລະ ການບໍລິການອື່ນໆ ວິສາຫະກິດສ່ວນໃຫຍ່ ແມ່ນກໍາລັງພົບຄວາມຫຍຸ້ງຍາກໃນການຟື້ນຕົວ ຍ້ອນມີການລອກດາວ ແລະ ການສືບຕໍ່ຈໍາກັດການເດີນທາງລະຫວ່າງປະເທດ ເຊິ່ງເປັນການຕັດໂອກາດຂອງປະເທດ ໃນການສ້າງລາຍຮັບຈາກຂະແໜງການສໍາຄັນນີ້.

ທ່ານ ອາເລກ ເຄຣມເມີ (Alex Kremer) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ: ສປປ ລາວ ເຮັດໄດ້ດີຫລາຍໃນດ້ານການຈໍາກັດການລະບາດ ຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດການສັກຢາກັນພະຍາດ ດັ່ງກ່າວໃຫ້ປະຊາຊົນ. ເຖິງຢ່າງໃດກໍຕາມ, ຄວາມສ່ຽງດ້ານຄວາມຫຍຸ້ງຍາກ ໃນການແກ້ໄຂໜີ້ສາທາລະນະ, ການອ່ອນຄ່າຂອງເງິນກີບ ແລະ ລາຍຮັບພາກລັດທີ່ຕໍ່າ ຍັງຈະສືບຕໍ່ຈໍາກັດທາງເລືອກຂອງລັດຖະບານ ໃນດ້ານການຟື້ນຟູເສດຖະກິດຂອງປະເທດ. ການປະຕິຮູບທີ່ຈະຊ່ວຍກະຕຸ້ນການລົງທຶນຂອງພາກເອກະຊົນ, ການມອບອາກອນ ແລະ ສົ່ງເສີມການຄ້າຈະຊ່ວຍແກ້ໄຂບັນຫາດັ່ງກ່າວໄດ້.

ອີງຕາມບົດລາຍງານສະພາບເສດຖະກິດຂອງ ສປປ ລາວ ການອ່ອນຄ່າຂອງເງິນກີບ ເປັນສາເຫດໜຶ່ງທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ເຊິ່ງພາໃຫ້ມີຄວາມກັງວົນກ່ຽວກັບການເຂົ້າເຖິງສະບຽງອາ ຫານ ແລະ ສິນຄ້າພື້ນຖານ. ເວົ້າສະເພາະ ບັນຫາດັ່ງກ່າວ, ໄດ້ເພີ່ມຄວາມກົດດັນຕໍ່ຜູ້ທຸກຍາກ ໃນເຂດຕົວເມືອງນ້ອຍ ແລະ ເມືອງໃຫຍ່ຕ່າງໆ. ພ້ອມກັນນີ້, ຜົນກະທົບຂອງພະຍາດລະບາດໂຄວິດ-19 ທີ່ມີຕໍ່ທຸລະກິດ ແລະ ຄົວເຮືອນ ສະແດງໃຫ້ເຫັນການຈ້າງງານໄດ້ຫລຸດລົງຫລາຍ ໃນເດືອນພຶດສະພາ ຂອງປີນີ້, ໃນຂະນະທີ່ ທຸລະກິດຄົວເຮືອນຕ່າງໆ ຫລາຍກ່ວາ 30% ຕ້ອງປິດກິດຈະການລົງ ນັບແຕ່ເກີດພະຍາດລະບາດ. ການສໍາຫລວດທຸລະກິດ ທີ່ຈັດຕັ້ງປະຕິບັດໂດຍທະນາຄານໂລກ ໃຫ້ຮູ້ວ່າ: ຍອດຂາຍຕໍ່ເດືອນຂອງທຸລະກິດຫລຸດລົງ 48% ໃນຊ່ວງໄລຍະເດືອນມີນາ ຫາ ເມສາ 2021, ເຊິ່ງເກືອບເຄິ່ງໜຶ່ງ ຂອງຈໍານວນວິສາຫະກິດທີ່ຖືກສຳຫລວດ ໄດ້ລາຍງານວ່າປະສົບບັນຫາການຂາດແຄນກະແສເງິນສົດ ແລະ ຫລາຍກ່ວາໜຶ່ງສ່ວນສີ່ ຂອງຈໍານວນວິສາຫະກິດທັງໝົດ ແມ່ນຄາດວ່າຈະຕົກ ໃນສະພາວະຕິດໜີ້ ໃນໄລຍະຫົກເດືອນຂ້າງໜ້າ.

ເພື່ອຫລຸດຜ່ອນຜົນກະທົບ ຈາກການຂະຫຍາຍຕົວຊ້າລົງຂອງເສດຖະກິດ, ບົດລາຍງານສະ ບັບນີ້ ແນະນໍາໃຫ້ ສປປ ລາວ ເພີ່ມທະວີການປະຕິຮູບດ້ານທຸລະກິດ ແລະ ອໍານວຍຄວາມສະດວກດ້ານການຄ້າ ເພື່ອໃຫ້ປະເທດ ໄດ້ຮັບຜົນປະໂຫຍດທີ່ເໝາະສົມຈາກໂຄງລ່າງພື້ນຖານທີ່ສ້າງຂຶ້ນໃໝ່ ແລະ ຈາກບັນດາສັນຍາຜ່ອນຜັນການຄ້າ ທີ່ ສປປ ລາວ ເປັນພາຄີ. ການປະຕິຮູບດັ່ງກ່າວ, ຈະສາມາດບັນລຸໄດ້ດ້ວຍການປັບປຸງລະບຽບ ແລະ ຂັ້ນຕອນການລົງທຶນໃຫ້ກະທັດຮັດຂຶ້ນ, ເພີ່ມຄວາມສະດວກໃນການດໍາເນີນທຸລະກິດ, ເຮັດໃຫ້ຄ່າບໍລິການດ້ານການຂົນສົ່ງ, ຝາກສາງ, ປ່ຽນຖ່າຍສິນຄ້າຖືກລົງ ແລະ ຊ່ວຍປັບປຸງຄຸນນະພາບສິນຄ້າ ໂດຍສະເພາະແມ່ນສິນຄ້າສົ່ງອອກດ້ານກະສິກໍາ. ການຂະຫຍາຍໂຄງການຊ່ວຍເຫລືອຂອງລັດຖະບານ ແກ່ພາກທຸລະກິດໄປຄຽງຄູ່ກັບການໂຄສະນາສົ່ງເສີມແຜນງານດັ່ງກ່າວ ຈະຊ່ວຍໃຫ້ບັນດາວິສາຫະກິດ ສາມາດປັບຕົວໄດ້ ແລະ ສ້າງລາຍຮັບທີ່ຈໍາເປັນແກ່ຕົນເອງ. ໃນເວລາດຽວກັນ ມາດຕະການຕ່າງໆ ເພື່ອຊ່ວຍສົ່ງເສີມ ແລະ ຊຸກຍູ້ໃຫ້ວິສາຫະກິດລາວ ໃຫ້ມາລົງທຶນໃນດ້ານເຕັກໂນໂລຊີດີຈີຕອນ ຫລື ວິທີການໃໝ່ໃນການຈັດສົ່ງ-ສະໜອງສິນຄ້າ ແລະ ບໍ ລິການ ຈະສາມາດຊ່ວຍປ່ຽນວິກິດ ໃຫ້ເປັນໂອກາດແກ່ເຂົາເຈົ້າໄດ້.

ຂໍ້ມູນ: ທະນາຄານໂລກ ປະຈຳ ສປປ ລາວ