ຄະນະພັກຮາກຖານ ກົມສ່ວຍສາອາກອນເຊື່ອມຊຶມ-ມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ

ວັນທີ 19 ສິງຫາ 2021 ນີ້ ກົມສ່ວຍສາອາກອນໄດ້ຈັດກອງປະຊຸມເຊື່ອມຊຶມ-ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຂຶ້ນ, ໂດຍການເປັນປະທານຂອງສະຫາຍ ທໍາມະລົດ ຣາຊະພົນ ຮອງເລຂາຄະນະພັກຮາກຖານກົມສ່ວຍສາອາກອນ, ຮັກສາການຫົວໜ້າກົມສ່ວຍສາອາກອນ, ມີບັນດາເລຂາ-ຮອງເລຂາໜ່ວຍພັກອ້ອມຂ້າງຄະນະພັກຮາກຖານ,ພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ
ໂອກາດດັ່ງກ່າວ, ສະຫາຍ ທໍາມະລົດ ຣາຊະພົນ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແມ່ນເພື່ອສ້າງການຫັນປ່ຽນໃໝ່ຢ່າງເລິກເຊິ່ງ ແລະ ຮອບດ້ານໃນການຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກເຂົ້າສູ່ຊີວິດສັງຄົມຕົວຈິງ, ແນໃສ່ໃຫ້ການນໍາແຕ່ລະຂັ້ນຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງ ແລະ ກໍາແໜ້ນເນື້ອໃນຂອງມະຕິ XI ຂອງພັກ, ໂດຍສະເພາະແມ່ນເນື້ອໃນທີ່ສໍາຄັນຕົ້ນຕໍ ແລະວຽກງານຈຸດສູມທີ່ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບຂອງຕົນ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງ ກໍຄືຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດໝາກເກີດຜົນຕົວຈິງ, ກໍາແໜ້ນໄດ້ການຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ປະເມີນຜົນກວມລວມການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມຕາມແນວທາງປ່ຽນແປງໃໝ່, ການເລັ່ງທວງ ແລະ ທິດທາງພື້ນຖານໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນເຂັ້ມແຂງ ເລິກເຊິ່ງ ແລະ ຮອບດ້ານເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃນຄັ້ງນີ້ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກຊິ່ງ, ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້, ປະກອບມີຄໍາສັ່ງວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກ ເລກທີ 38/ຄລສພ, ລົງວັນທີ 09 ມີນາ 2021, ເອກະສານການຈັດເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ອະທິບາຍກ່ຽວກັບຄໍາຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

