ທ່ານນາຍົກລັດຖະມົນຕີເນັ້ນໃຫ້ນະຄອນຫລວງຕ້ອງເອົາໃຈໃສ່ 6 ບັນຫາສຳຄັນ

ໂອກາດທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຂອງ ນວ ໃນວັນທີ 20 ສິງຫາ 2021 ນີ້ວ່າ:

1. ຕ້ອງມີຄວາມເປັນເອກະພາບສູງ ລະຫວ່າງ ການນຳ ກັບປະຊາຊົນ ໂດຍສະເພາະອຳນາດການປົກຄອງຂັ້ນຕ່າງໆ ຈຶ່ງຈະປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ເປັນຢ່າງດີ.

2. ຕ້ອງມີຄວາມຮັບຜິດຊອບສູງ ໂດຍການເປັນເຈົ້າການ ບົນພື້ນຖານເຮັດແທ້ທຳຈິງ ໃຫ້ຕີຖອຍລັດທິຮູບການ ເພື່ອລົງເລິກແກ້ໄຂບໍ່ໃຫ້ມີການລາຍງານທີ່ມັກແກ້ຕົວ, ລາຍງານດອກໄມ້ ແຕ່ຕ້ອງພ້ອມກັນຈັດຕັ້ງປະຕິບັດທຸກວຽກງານຂອງວາລະແຫ່ງຊາດ ຕາມທີ່ໄດ້ຮັບການມອບໝາຍວຽກງານ ທີ່ໄດ້ຮັບການມອບາຍໃຫ້.

3. ຕ້ອງສຸມໃສ່ຈັດລຽງບຸລິມະສິດ ແລະ ເປັນເຈົ້າການອັນຮີບດ່ວນຕ້ອງໄດ້ຈັດຕັ້ງປະຕິບັດກ່ອນ ເປັນຕົ້ນແມ່ນ ນະໂຍບາຍປະຢັດ, ການຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ຊຶ່ງເບື້ອງລັດກໍຕ້ອງຈັດຕັ້ງກ່ອນ ແລະ ຂັ້ນທ້ອງຖິ່ນ ກໍຕ້ອງແມ່ນ ນວ ເຮັດກ່ອນແຂວງອື່ນໆ.

4. ຕ້ອງສຸມໃສ່ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ໂດຍການສົມທົບກັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຍູ້ແຮງການຜະລິດທີ່ມີທ່າແຮງ, ວາງແຜນການຜະລິດ ພ້ອມທັງຫັນຄ່ານິຍົມຈາກສັງຄົມບໍລິໂພກ ສູ່ສັງຄົມການຜະລິດ.

5. ຕ້ອງສຸມໃສ່ຂຶ້ນທະບຽນແຮງງານ, ຈັດສັນແຮງງານ ແລະ ປັບປຸງສີມືແຮງງານ ໂດຍໃຫ້ພະແນກພາຍໃນ ນວ ສົມທົບກັບກະຊວງແຮງງານ ແລະ ສະພາອຸດສາຫະກຳ ແລະ ການຄ້າ ນວ.

6. ຕ້ອງປັບປຸງກົນໄກການບໍລິຫານລັດຂັ້ນ ນວ, ເມືອງ ແລະ ບ້ານ ໃຫ້ເຂັ້ມແຂງ ມີການບຸກທະລຸວຽກງານ ຊຶ່ງຂັ້ນບ້ານແມ່ນສຳຄັນຫຼາຍ ແມ່ນຕ້ອງໄດ້ມີການຕິດຕາມຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງຈິງຈັງ.