ຊຸກຍູ້ການຖືບັນຊີ ແລະ ກວດສອບອິດສະລະໃຫ້ເຄື່ອນໄຫວຢ່າງຖືກຕ້ອງຕາມລະບຽບການ

ກົມບັນຊີ ກະຊວງການເງິນ, ໄດ້ຖືຄວາມສຳຄັນວຽກງານການຊຸກຍູ້ການຖືບັນຊີ ແລະ ກວດສອບອິດສະ ລະ, ເພື່ອໃຫ້ມີປະສິດທິພາບປະສິດທິຜົນ, ຊຸກຍູ້ການເຄື່ອນໄຫວໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ວິໄສທັດ, ຍຸດທະສາດ ແລະ ລະບຽບການຕ່າງໆກ່ຽວກັບວຽກງານບັນຊີ ແລະ ກວດສອບອິດສະລະໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ.
ອີງຕາມການໃຫ້ສຳພາດຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ກະຊວງການເງິນ ໃຫ້ຮູ້ວ່າ: ກົມບັນຊີ ເປັນເສນາທິການໃຫ້ກະຊວງການເງິນ, ໂຄງປະກອບການຈັດຕັ້ງຂອງກົມບັນຊີ, ປະກອບດ້ວຍ 4 ພະແນກ, ມີພະນັກງານ-ລັດຖະກອນທັງໝົດ ຈຳນວນ 31 ທ່ານ, ຍິງ16 ທ່ານ, ໃນໄລຍະຜ່ານມາການຈັດຕັ້ງຜັນຂະ ຫຍາຍນະໂຍບາຍ, ວິໄສທັດ, ຍຸດທະສາດ, ກົດໝາຍ ແລະ ລະບຽບການຂອງລັດກ່ຽວກັບວຽກງານບັນຊີ ແລະ ກວດສອບອິດສະລະ, ລວມທັງກົນໄກການຄຸ້ມຄອງກ່ຽວກັບວຽກງານຂະແໜງບັນຊີ, ໄດ້ມີການວາງທິດທາງແຜນ ການ ແລະ ແຜນງານລະອຽດເປັນແຕ່ລະໜ້າວຽກ, ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍເປັນຕົ້ນແມ່ນ ວຽກງານຄົ້ນຄວ້ານິຕິກຳ, ໄດ້ຄົ້ນຄ້ວາປັບປຸງກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບອິດສະລະ, ພ້ອມທັງໄດ້ສົ່ງໃຫ້ກົມນະໂຍບາຍການເງິນ ແລະ ນິຕິກຳ, ເພື່ອເປັນບ່ອນອີງໃນການກະກຽມຄົ້ນຄວ້າປັບປຸງ ແລະສ້າງກົດໝາຍຂອງກະຊວງການເງິນໃນໄລຍະ 5 ປີທີ່ຂັ້ນເທິງຮັບຮອງແລ້ວ.
ໄດ້ສຳເລັດການຄົ້ນຄວ້າສ້າງລະບຽບການກ່ຽວກັບການອອກອະນຸຍາດດຳເນີນວິສາຫະກິດບັນຊີ, ວິສາຫະກິດກວດສອບ ແລະ ນັກກວດສອບຕາມກົດໝາຍ, ຊຶ່ງໄດ້ຮັບຮອງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 0875/ກງ, ລົງວັນທີ 16 ກຸມພາ 2021 ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງວິສາຫະກິດບັນຊີ ແລະ ກວດສອບໃນການໃຫ້ບໍລິການບັນຊີ (ທີ່ປຶກສາບັນຊີ) ແລະ ກວດສອບຢູ່ສປປ ລາວ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ມີປະສິດທິຜົນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.
ພ້ອມດຽວກັນນີ້, ໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງໂຄງສ້າງສາລະບານບັນຊີ-ງົບປະມານ (COA) ແລະ ສາລະບານງົບປະມານ-ບັນຊີ ທີ່ເປັນເອກະພາບກັນໃຫ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕາມການໃນການຄຸ້ມຄອງວຽກງານງົບປະມານ ແລະ ການບັນຊີແຫ່ງລັດ ຕາມມາດຕະຖານສາກົນດ້ານການລາຍງານການເງິນ ແລະ ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະລະບຽບການກຳນົດ, ເພື່ອເປັນຂໍ້ມູນພື້ນຖານປະກອບເຂົ້າໃນການພັດທະນາລະບົບການຄຸ້ມຄອງຂໍ້ມູນລວມການເງິນແຫ່ງລັດຢ່າງລວມສູນ ຫຼື (FMIS),ໄດ້ສົມທົບກັບສໍານັກງານຄຸ້ມຄອງຕະຫຼາດຫຼັກຊັບລາວ, ທະນາຄານ ແຫ່ງ ສປປ ລາວ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບໃນການພັດທະນາ ແລະ ສ້າງຄຳແນະນຳຈັດຕັ້ງປະຕິບັດມາດຕະຖານລາຍງານການເງິນສາກົນ, ສຳລັບວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາ ລະນະ, ເພື່ອເປັນພື້ນຖານໃຫ້ແກ່ວິສາຫະກິດຮັບໃຊ້ຜົນປະໂຫຍດສາທາະລະນະ ເພື່ອຈະໃຫ້ສາມາດປະຕິບັດມາດ ຕະຖານສາກົນດ້ານການລາຍງານການເງິນໃນປີ 2026 ເປັນຕົ້ນໄປ.
ຄຽງຄູ່ກັນນີ້, ວຽກງານຊຸກຍູ້ການຖືບັນຊີ ແລະ ກວດສອບອິດສະລະ, ໄດ້ດໍາເນີນການຊຸກຍູ້ການຖືບັນຊີ ຂອງອົງການຈັດຕັ້ງລັດ ແລະ ວິສາຫະກິດຕາມແຜນການ ແລະ ຕາມການອະນຸມັດຂອງລັດຖະມົນຕີກະຊວງການເງິນ, ວຽກງານບັນຊີແຫ່ງລັດໄດ້ໄປແນະນຳ, ຊຸກຍູ້ບັນດາກະຊວງ ແລະ ອົງການທຽບເທົ່າຂັ້ນສູນກາງໃຫ້ສາມາດຈັດຕັ້ງປະຕິບັດວຽກງານບັນຊີຄູ່ໃຫ້ຖືກຕ້ອງ,ຄົບຖ້ວນຕາມກົດໝາຍ,ລະບຽບການເວົ້າລວມ, ເວົ້າສະເພາະວຽກງານບັນຊີວິສາຫະກິດໄດ້ສົມທົບກັບກົມສ່ວຍສາອາກອນໃນການປັບປຸງກົນໄກໃນການຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ຖືບັນຊີໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມກົດໝາຍວ່າດ້ວຍບັນຊີ ວຽກງານຄຸ້ມຄອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ, ໄດ້ລົງຊຸກຍູ້, ຕິດຕາມ ກວດກາ ແລະ ດັດສົມວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບໃຫ້ເຄື່ອນໄຫວຖືກຕ້ອງ, ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ເພື່ອເປັນເຄື່ອງມືໃຫ້ຂະແໜງການເງິນໃນການຊຸກຍູ້ການຖືບັນຊີຂອງຫົວໜ່ວຍທຸລະກິດປະຕິບັດຕາມລະບຽບກົດໝາຍ.
ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ ໃຫ້ຮູ້ຕື່ມອີກວ່າ: ກົມບັນຊີ ຍັງໄດ້ປະສານສົມທົບກັບ ຂະແໜງບັນຊີພະແນກການເງິນແຂວງ, ນະຄອນຫຼວງໃນການລົງຊຸກຍູ້ການຖືບັນຊີຂອງຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ ທີ່ຂຶ້ນກັບການຄຸ້ມຄອງຂອງແຂວງ, ນະຄອນຫຼວງໃຫ້ຖືບັນຊີຖືກຕ້ອງ ແລະ ຄົບຖ້ວນ ແລະ ໄດ້ຈັດຕັ້ງຜັນຂະຫຍາຍບັນຊີວິສາຫະກິດ (ລະບົບປັບປຸງໃໝ່ປີ 2020) ເປັນຕົ້ນ: ການຝຶກອົບຮົມໃຫ້ພະນັກງານ-ຄູອາຈານທີ່ກ່ຽວຂ້ອງກັບການສອນບັນຊີຢູ່ສະຖາບັນການສຶກສາຕາມການເຊີນ ແລະ ສະເໜີ, ຊຸກຍູ້ການປະຕິບັດວຽກງານບັນຊີລະບົບປັບປຸງປີ2020 ໃຫ້ພະນັກງານບັນຊີການເງິນຫົວໜ່ວຍທຸລະກິດຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ຈະສືບຕໍ່ເຜີຍແຜ່, ຝຶກອົບຮົມລະບົບບັນຊີສຳລັບຈຸນລະວິສາຫະກິດ ແລະ ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະໃຫ້ພະນັກງານທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດໃນປີ 2021 ໃຫ້ໄດ້ຕາມແຜນຈຳນວນ 3.250 ເທື່ອຄົນ, ແນໃສ່ເຮັດໃຫ້ການຖືບັນຊີຂອງຫົວໜ່ວຍທຸລະກິດຖືກຕ້ອງ, ຄົບຖ້ວນຕາມກົດໝາຍ ແລະ ລະບຽບການບັນຊີກໍານົດ.

