80% ໃນການຕິດເຊື້ອໂຄວິດ-19  ແມ່ນການນຳເຂົ້າຂອງແຮງງານລາວ ສ່ວນຫລາຍແມ່ນສາຍພັນເດລຕາ

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃນວັນທີ 17 ສິງຫາ 2021 ນີ້ວ່າ: ສຳລັບ ສປປ ລາວ ສ່ວນໃຫຍ່ ການຕິດເຊື້ອ 80% ແມ່ນມາຈາກກໍລະນີນຳເຂົ້າຈາກແຮງງານລາວ ຫລື ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຈາກປະເທດໃກ້ຄຽງທີ່ກຳລັງມີການລະບາດຂອງສາຍພັນເດລຕາ ເຊິ່ງເປັນສາຍພັນທີ່ອັນຕະລາຍ ແລະ ມີຄວາມຮຸນແຮງ. ເຊິ່ງໃນນັ້ນຍັງເຫັນວ່າປະຊາຊົນບາງກຸ່ມຍັງຖືເບົາ, ຫລະເຫລີງ ເພາະຄິດວ່າການຕິດເຊື້ອຈາກກໍລະນີນຳເຂົ້າ ແມ່ນຍັງຢູ່ຫ່າງໄກຈາກຕົນເອງ, ຄອບຄົວ ແລະ ໝູ່ເພື່ອນ, ແຕ່ເຖິງຢ່າງກໍມີຄວາມສ່ຽງສູງຫລາຍທີ່ຈະແຜ່ເຊື້ອອອກໄປສູ່ຊຸມຊົນເປັນວົງກວ້າງ ຍ້ອນວ່າ ກໍລະນີນຳເຂົ້າບາງຄົນ ກວດເຖິງ 2-3 ຄັ້ງ ຈຶ່ງພົບເຊື້ອ.

ຕໍ່ກັບສະພາບການດັ່ງກ່າວ, ຖ້າພວກເຮົາທຸກຄົນບໍ່ເຂັ້ມງວດເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດອາດຈະນຳໄປສູ່ການຕິດເຊື້ອໃນຊຸມຊົນ ຄືໃນໄລຍະຜ່ານມາ. ດັ່ງນັ້ນຈຶ່ງຂໍຮຽກຮ້ອງມາໃຫ້ປະຊາຊົນທຸກພາກສ່ວນໃນສັງຄົມທີ່ໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ຫລື ໄປສະຖານທີທີ່ມີຄວາມສ່ຽງ ແມ່ນໃຫ້ມາເກັບຕົວຢ່າງ ເພື່ອກວດຊອກຫາເຊື້ອຢູ່ສະຖານທີ່ ທີ່ກຳນົດໄວ້ (ມສ ສີໂຄດ) ເພື່ອປ້ອງກັນຕົວເອງ, ຄອບຄົວ ແລະ ຊຸມຊົນໃຫ້ປອດໄພຈາກພະຍາດໂຄວິດ-19 ແລະ ທີ່ສຳຄັນບໍ່ໃຫ້ຄິດວ່າການຕິດເຊື້ອພະຍາດໂຄວິດ-19 ເປັນເລື່ອງໜ້າອາຍ ຫລື ຢ້ານສັງຄົມລັງກຽດ, ບໍ່ວ່າມີ ຫລື ບໍ່ມີອາການສະແດງອອກ ກໍໃຫ້ມາກວດໂດຍດ່ວນພ້ອມດ້ວຍທຸກຄົນທີ່ເປັນສະມາຊິກພາຍໃນຄອບຄົວທີ່ທ່ານໄດ້ສໍາຜັດໃກ້ຊິດ, ພາຍ ຫລັງເກັບຕົວຢ່າງແລ້ວ ໃນໄລຍະທີ່ລໍຖ້າຜົນກວດ ໃຫ້ທ່ານຈຳກັດບໍລິເວນຕົນເອງ ແລະ ຄົນໃນຄອບຄົວໃຫ້ຄົບກຳນົດ 14 ວັນ, ຖ້າມີຄວາມຈຳເປັນອອກໄປນອກບ້ານ ກໍໃຫ້ໃສ່ຜ້າປິດປາກ-ດັງ ແລະ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ, ຕິດເຊື້ອຢ່າງເຄັ່ງຄັດ.