ຫໍສະພາແຫ່ງຊາດຂອງຂວັນອັນລ້ຳຄ່າຈາກເພື່ອນຮ່ວມອຸດົມການ

ໂດຍ: ທິດກໍ່າ
ໃນໂອກາດການມາຢ້ຽມຢາມລັດຖະກິດຂອງທ່ານ ຫງວຽນຊວນຟຸກ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສາທາລະນະລັດສັງຄົມນິຍົມຫວຽດນາມ ນັບແຕ່ວັນທີ 9 ຫາ ວັນທີ 10 ສິງຫາ 2021 ຜ່ານມານີ້ ຖືເປັນເຫດການອັນສຳຄັນທາງປະຫວັດສາດຂອງສອງປະເທດ ທັງເປັນສັນຍະລັກແຫ່ງສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດທີ່ບໍ່ມີໃຜຄື ແລະ ບໍ່ຄືໃຜລະຫວ່າງສອງຊາດລາວ ແລະ ຫວຽດນາມ.
ໃນການມາຢ້ຽມຢາມ ສປປ ລາວ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃນຄັ້ງນີ້ ນອກຈາກໄດ້ເຊັນສັນຍາຮ່ວມມືກັນສອງຝ່າຍເຖິງ 14 ສະບັບ, ໜຶ່ງໃນເຫດການທີ່ເປັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ນັ້ນກໍຄື ການມອບ-ຮັບຫໍສະພາແຫ່ງຊາດລາວ ທີ່ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມໄດ້ໃຫ້ການຊ່ວຍເຫລືອກໍ່ສ້າງ ເພື່ອເປັນຂອງຂວັນແຫ່ງຄວາມສາມັກຄີແບບພິເສດ ດ້ວຍມູນຄ່າ 111,75 ລ້ານໂດລາສະຫະລັດ ເຊິ່ງເລີ່ມກໍ່ສ້າງມາແຕ່ເດືອນພະຈິກ 2017 ຈົນມາຮອດເດືອນສິງຫາ 2021 ຈຶ່ງໄດ້ສຳເລັດຢ່າງສົມບູນແບບ. ພິທີມອບ-ຮັບຫໍສະພາຫລັງໃໝ່ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ສິງຫາ 2021 ທີ່ຜ່ານມາ ຢ່າງສົມກຽດ, ຄຶກຄື້ນ, ເຄັ່ງຂຶມ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມຮັກ, ຄວາມສາມັກຄີພິເສດຢ່າງດູດດື່ມຈິງໃຈ ແລະ ເຂົ້າອົກເຂົ້າໃຈຖານເພື່ອນມິດຮ່ວມອຸດົມການທີ່ຫາໄດ້ຍາກໃນໂລກ.
ຕໍ່ຄຳປາໄສລະຫວ່າງສອງຜູ້ນຳ ປະທານປະເທດຫວຽດນາມ ແລະ ລາວ ໃນພິທີມອບ-ຮັບ ລ້ວນແຕ່ຢ້ຳຄືນເຖິງສາຍພົວພັນຄວາມສາມັກຄີແບບພິເສດທີ່ມີມາແຕ່ເຫິງນານ, ຍາມມີເສິກສົງຄາມ ພວກເຮົາຮ່ວມຂຸມຄອງຕໍ່ສູ້, ຍາມທຸກຍາກເຂົ້າເມັດຫັກຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ. ຕົກມາຮອດຍາມສັນຕິພາບ, ປະເທດຊາດມີເອກະລາດ ພວກເຮົາກໍພ້ອມກັນສ້າງສາ ແລະ ຊ່ວຍເຫລືອກັນຕະຫລອດມາ.
ໃນຄຳປາໄສມອບ-ຮັບຫໍສະພາແຫ່ງຊາດ, ທ່ານ ຫງວຽນຊວຟຸກ ປະທານປະເທດຫວຽດນາມ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ມີໂອກາດມາຢ້ຽມຢາມສັນຖະວະໄມຕີສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແລະ ມີຄວາມປິຕິຍິນດີທີ່ໄດ້ມາຮ່ວມພິທີເປີດນຳໃຊ້ຫໍສະພາແຫ່ງຊາດທີ່ເປັນຂອງຂວັນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງມອບໃຫ້ພັກ-ລັດ ແລະ ປະຊາຊົນລາວນຳໃຊ້ ທັງເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ຫວຽດນາມ-ລາວ, ໂຄງການກໍ່ສ້າງຫໍສະພາຫລັງນີ້ ເປັນໂຄງການຊ່ວຍເຫລືອທີ່ມີຄວາມໝາຍທາງດ້ານການເມືອງ, ການພົວພັນຕ່າງປະເທດ, ເປັນສັນຍາລັກທີ່ເລິກເຊິ່ງ ແລະ ເຂັ້ມຂຸ້ນແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ທັງເປັນສັນຍາລັກທີ່ໝັ້ນຄົງແຫ່ງຄວາມຮັກແພງສາມັກຄີຕິດພັນສະໜິດສະໜົມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເຊິ່ງບໍ່ມີສັດຕູຕົວໃດທີ່ຈະມາແບ່ງແຍກທຳລາຍໄດ້.
ສ່ວນທ່ານປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ກ່າວຮັບວ່າ: ສປປ ລາວ ສຸດທີ່ມີຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມີຫໍສະພາຫລັງໃໝ່ນີ້ເປັນອາຄານທີ່ໂອ້ໂຖງ, ໂດດເດັ່ນ, ມີຄຸນຄ່າທາງດ້ານສິລະປະກຳ, ມີມາດຕະຖານເຕັກນິກທີ່ທັນສະໄໝ, ມີຄວາມງົດງາມ, ມີເອກະລັກສະເພາະ ແລະ ສະຖາປັດຕະຍະກຳແບບລາວ. ຂ້າພະເຈົ້າຂໍໃຫ້ສາຍານາມ 4 ຢ່າງຄື: ທັນສະໄໝທີ່ສຸດ, ສວຍງາມມີເອກະລັກວັດທະນະທຳ, ສະຖາປັດຕິຍະກຳຂອງລາວດີທີ່ສຸດແໜ້ນໜາແຂງແຮງ, ຈະໃຊ້ງານໄດ້ຍາວນານທີ່ສຸດ ແລະ ມີຄຸນຄ່າສູງທີ່ສຸດ ສຳລັບຕຶກຫລັງໜຶ່ງເທົ່າທີ່ເຄີຍມີມາໃນປະເທດລາວເຖິງປັດຈຸບັນ. ຫໍສະພາຫລັງນີ້ຍັງມີຄວາມໝາຍປະຫວັດສາດສຳຄັນຕໍ່ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ກໍຄືສັນຍາລັກໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນສາຍພົວພັນໜຶ່ງດຽວໃນໂລກ, ຫາຍາກບໍ່ເໝືອນໃຜ ແລະ ບໍ່ມີໃຜເໝືອນ. ສັນຍາລັກຕຶກສະພາແຫ່ງຊາດຫລັງນີ້ ແມ່ນສັນຍາລັກແຫ່ງຄວາມບໍລິສຸດຜຸດຜ່ອງ, ສັນຍາລັກແຫ່ງຄວາມເອື້ອເຟື້ອເພື່ອແຜ່ຂອງປະຊາຊົນຫວຽດນາມອ້າຍນ້ອງທີ່ມີຕໍ່ປະຊາຊົນລາວ ດ້ວຍຄຳເວົ້າທີ່ເປັນອຳມະຕະມີຊີວິດຊີວາ. ລາວ-ຫວຽດນາມ ແມ່ນຖືເປັນອ້າຍນ້ອງຍາມທຸກ ແລະ ສຸກກໍຄຽງຂ້າງກັນຕະຫລອດເວລາ, ເຂົ້າເມັດຫັກ ຜັກເສັ້ນດຽວກໍບິແບ່ງກັນກັນ.

