ແຂວງສາລະວັນ ເຂັ້ມງວດກວດກາ ແລະ ຕິດຕາມແຮງງານເກືອບ 300 ຄົນ ຢູ່ສູນຈຳກັດບໍລິເວນ ມ.ສ ສາລະວັນ

ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ຫົວໜ້າຄະນະຮັບຜິດຊອບສູນຈຳກັດບໍລິເວນໂຮງຮຽນ ມ.ສ ສາລະວັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບເອົາແຮງງານ ເດີນທາງມາຈາກປະເທດກຸ່ມສ່ຽງ (ປະເທດໄທ) ກັບຄືນບ້ານ ເປັນຈຳນວນຫຼວງຫຼາຍຢ່າງຕໍ່ເນື່ອງ ຊຶ່ງສູນຈຳກັດບໍລິເວນໂຮງຮຽນ ມ.ສ ສາລະວັນ ໄດ້ເປີດຮັບເອົາ ນັບແຕ່ວັນທີ 30 ກໍລະກົດ ຫາ ວັນທີ 2 ສິງຫາ 2021 ເປັນເວລາ 4 ວັນເທົ່ານັ້ນ, ການຮັບເອົາແຮງງານໃນສູນດັ່ງກ່າວ ແມ່ນເຕັມຕາມຈຳນວນທີ່ໄດ້ກຳນົດໄວ້ ແລະ ບໍ່ສາມາດຮອງຮັບໄດ້ອີກ, ພາຍໃນສູນມີຈຳນວນຄົນທັງໝົດ 348 ຄົນ ຍິງ 172 ຄົນ. ໃນນັ້ນ, ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວຈຳນວນ 51 ຄົນ ຍິງ 25 ຄົນ (ເດັກ 2 ຄົນ) ແມ່ນໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍພາກສະໜາມຂອງແຂວງສາລະວັນ ແລະ ຍັງຄ້າງຢູ່ສູນຕົວຈິງ 295 ຄົນ.
ສຳລັບການດູແລ ເບິ່ງແຍງແຮງງານ ພາຍໃນສູນດັ່ງກ່າວ, ແມ່ນໄດ້ໃຫ້ເບີໂທລະສັບປະສານງານ, ພ້ອມທັງລາຍງານ ຕໍ່ເຈົ້າໜ້າທີ່ປະຈຳສູນດ່ວນ ເມື່ອມີອາການຕ່າງໆ. ນອກນັ້ນ, ການກິນ ຢູ່, ພັກເຊົາ ກໍໄດ້ເອົາໃຈໃສ່ຕິດຕາມຢ່າງສຸດຂີດ ໂດຍມີໂຄງການອາຫານໂລກ ສະໜັບສະໜູນອາຫານ 2 ຄາບ (ເຊົ້າ-ແລງ). ສ່ວນອາຫານທ່ຽງ ແລະ ຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນລັດຖະບານ ເປັນຜູ້ຮັບຜິດຊອບທັງໝົດ. ຫຼັງຈາກຄົບກຳນົດ 14 ວັນ ໃນການຈຳກັດບໍລິເວນ ແລະ ກວດຫາເຊື້ອເປັນຜົນລົບ ຈະໄດ້ສົ່ງກັບເມືອງຂອງຕົນ ພ້ອມທັງສືບຕໍ່ຈຳກັດບໍລິເວນ ຢູ່ເມືອງຕື່ມອີກ 14 ວັນ ໃຫ້ຄົບກຳນົດ ແລະ ຈະໄດ້ຮັບການສັກວັກຊິນ ກ່ອນສົ່ງກັບບ້ານຂອງເຂົາເຈົ້າ.

