ການພົບປະລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ

ການພົບປະລະຫ່ວາງສະຫາຍສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປ ລາວ ແລະ ສະຫາຍບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດສສ ຫວຽດນາມໄດ້ມີຂຶ້ນໃນວັນທີ 9 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດສະຫາຍ ຕິດຕາມ ປະທານປະເທດ ຫວຽດນາມຫງວຽນຊວັນຟຸກ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ລາວ, ໃນວັນທີ 9-10 ສິງຫາ 2021.
ການພົບປະທີ່ສຳຄັນນີ້ສອງຝ່າຍໄດ້ເປັນເອກະພາບ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຊຶ່ງເຫັນວ່າ ມີຄວາມສະໜິດແໜ້ນ ແລະ ມີປະສິດທິພາບສູງ. ສະເພາະ ປີ 2020-2021 ນີ້ ເຖິງວ່າຈະມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງໃນລາວ ແລະ ຫວຽດນາມ, ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງສອງປະເທດຫຼຸດລົງ ແຕ່ການເຄື່ອນໄຫວທີ່ສໍາຄັນຂອງສອງປະເທດຍັງມີບໍ່ຂາດ, ທັງການຢ້ຽມຢາມ, ການໂອ້ລົມຜ່ານທາງໂທລະສັບ, ກອງປະຊຸມທາງໄກ ແລະ ການແລກປ່ຽນສານຊົມເຊີຍຊຶ່ງກັນແລະກັນ ຂອງການນໍາທັງສອງປະເທດ, ຍັງເປັນປົກກະຕິ.
ພ້ອມນີ້, ລັດຖະມົນຕີທັງສອງຍັງໄດ້ປຶກສາຫາລືກັນ ກ່ຽວກັບການພົວພັນຮ່ວມມືໃນຕໍ່ໜ້າຂອງສອງກະຊວງ ເປັນຕົ້ນ: ສືບຕໍ່ຕິດຕາມຊຸກຍູ້ ຄະນະກໍາມະການຮ່ວມມືສອງຝ່າຍ ກໍຄືບັນດາກະຊວງ, ຂະແໜງການ ແລະ ບັນດາແຂວງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານທີ່ສອງຝ່າຍໄດ້ຮ່ວມລົງນາມແລ້ວນັ້ນໃຫ້ມີປະສິດທິຜົນສູງສຸດ; ສືບຕໍ່ຊຸກຍູ້ບັນດາກົມຕ່າງໆ ໃນກະຊວງການຕ່າງປະເທດ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ສັນຍາການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະປີ 2021-2025 ແລະ ການຈັດຕັ້ງປະຕິບັດ POA ກ່ຽວກັບການຮ່ວມມືດ້ານການທູດເສດຖະກິດ ທີ່ລົງນາມຮ່ວມກັນໃນທ້າຍປີ 2019; ກະກຽມການຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດການທົດລອງຮູບແບບການກວດກາປະຕູດຽວ, ຄັ້ງດຽວ ຢູ່ດ່ານສະຫວັນ-ລາວບາວ; ສືບຕໍ່ປະສານງານກ່ຽວກັບວຽກງານໃຫ້ສັນຊາດ ຂອງປະຊາຊົນ ທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ; ກະກຽມໃຫ້ແກ່ການເປີດນໍາໃຊ້ ດ່ານດາກຕາອອກ (ແຂວງເຊກອງ) -ນາມຢາງ (ແຂວງກວາງນາມ) ທີ່ຖືກເລື່ອນມາແຕ່ຕົ້ນປີ 2021; ກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ, ໃນຄັ້ງນີ້ແມ່ນ ສປປ ລາວ ເປັນເຈົ້າພາບຊຶ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນສິງຫານີ້ ຜ່ານລະບົບກອງປະຊຸມທາງໄກ; ປຶກສາຫາລື ເພື່ອກະກຽມໃຫ້ແກ່ ການເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 8 ລະຫວ່າງສອງກະຊວງການຕ່າງປະເທດລາວ-ຫວຽດນາມໃນທ້າຍປີ 2021 ນີ້.
ພ້ອມທັງຈະຖືເອົາໂອກາດດັ່ງກ່າວ ປຶກສາຫາລືກະກຽມໃຫ້ແກ່ການຈັດບັນດາກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງປີມິດຕະພາບ 2022 ແລະ ສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີໃຫ້ມີຄວາມຟົດຟື້ນ ແລະ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ.
ໃນຕອນທ້າຍ, ລັດຖະມົນຕີທັງສອງໄດ້ໃຫ້ຄໍາໝັ້ນສັນຍາຮ່ວມກັນວ່າ: ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

