ພັດທະນາບາດກ້າວໃໝ່ ຈາກສື່ດັ້ງເດີມສູ່ທັນສະໄໝ

ການຊ່ວງເສັງສື່ດ້ວຍກັນໃນຍຸກປັດຈຸບັນ ມັນເປັນທ່າອ່ຽງລວມຂອງຍຸກສະໄໝ, ພວກເຮົາບໍ່ສາມາດຈະສະກັດກັ້ນ ຫຼື ຫ້າມມັນໄດ້. ບໍ່ວ່າແຕ່ສື່ ບັນຫາອື່ນໆກໍ່ເຊັ່ນດຽວກັນ ຖ້າຫາກແມ່ການຊ່ວງເສັງແກ້ງແຍ້ງແຂ່ງຂັນກັນໃນທາງທີ່ສ້າງສັນບໍ່ປໍລະປັກ ແລະ ປະຫັດປະຫານກັນແມ່ນເປັນການດີທີ່ສຸດ, ເພາະອັນນັ້ນ ມັນເປັນປັດໄຈພັກດັນໃຫ້ແຕ່ລະສື່ຕ້ອງຮູ້ຈັກປັບຕົວຕົນເອງໃຫ້ກ້າວໜ້ ເພື່ອການຄົງຕົວ ແລະ ຂະຫຍາຍຕົວ.
ຍຸກປັດຈຸບັນ, ນອກຈາກສື່ດັ້ງເດີມ ເຊັ່ນ: ໜັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ, ວາລະສານ…ຍັງມີສື່ຍຸກໃໝ່ເກີດຂຶ້ນຢ່າງຫຼວງຫຼາຍ, ເປັນຕົ້ນແມ່ນ: ເພດຈຕ່າງໆ, ສື່ສັງຄົມອອນລາຍ, ຂ່າວເອເລັກໂຕຣນິກ, ຄລິບວີດິໂອ, ສຽງ, ພາບ…ແຕ່ເປັນອັນແນ່ນອນວ່າ, ເຖິງຈະແມ່ນສື່ດັ້ງເດີມ ກໍ່ ຄືສື່ຍຸກໃໝ່ກໍ່ລ້ວນແຕ່ມີຈຸດດີ ແລະ ຈຸດອ່ອນຂອງມັນໄປຄຽງຄູ່ກັນ.
ສຳລັບສື່ດັ້ງເດີມ, ຖືວ່າເປັນສື່ທາງການ ໄດ້ຮັບຮອງຈາກອົງການຈັດຕັ້ງຂອງພັກ ແລະ ລັດຖະບານ. ສະນັ້ນ, ຂ່າວແຕ່ລະຂ່າວທີ່ອອກມາສູ່ສັງຄົມລ້ວນແຕ່ໄດ້ຮັບການກວດສອບຢ່າງຖີ່ຖ້ວນ, ຖືກຕ້ອງ ຊັດເຈນ ແລະ ເປັນຄວາມຈິງ, ຊຶ່ງສ່ອງແສງເຖິງເນື້ອແທ້ຂອງບັນຫາ, ແກນຂອງບັນຫາ ຫາກບໍ່ແມ່ນການສ່ອງແສງເປືອກນອກ ຫຼື ຮູບການຂອງເຫດການ. ອັນນັ້ນ ແມ່ນຈຸດແຂງຂອງສື່ດັ້ງເດີມ, ແຕ່ກໍ່ມີຈຸດອ່ອນຢູ່ບໍ່ໜ້ອຍ, ເປັນຕົ້ນແມ່ນ: ຊັກຊ້າບໍ່ທັນເຫດການ,ງົບປະມານລົງເອົາຂ່າວ ແລະ ລົງເຖິງພື້ນຖານຊີວິດສັງຄົມຂອງປະຊາຊົນແມ່ນມີຄວາມຫຍຸ້ຍາກ, ເຄື່ອງໄມ້ເຄື່ອງມີຫຼ້າຫຼັງ ບໍ່ມີເງິນຊື້ ເພາະເຄື່ອງທັນສະໄໝເທົ່າໃດລາຄາກໍ່ຍິ່ງແພງ, ລະບຽບການຂໍອະນຸຍາດສຳພາດ ຫຼື ຂໍເອົາຂ່າວກໍ່ເປັນອຸປະສັກບໍ່ໜ້ອນ ເຊັ່ນ: ຕ້ອງໄດ້ລາຍງານຫົວໜ້າ, ຂໍອະນຸຍາດຈາກຜູ້ມີສິດມີອຳນາດ, ການປະຕິບັດການເອົາຂ່າວ ຫຼື ສຳພາດກໍ່ຕ້ອງມີຄວາມລະມັດລະວັງກ່ຽວກັບບັນຫາທີ່ຈະແຕະຕ້ອງເຖິງການເມືອງ, ເຖິງແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ…ສ່ວນສື່ຍຸກໃໝ່ ແມ່ນວ່ອງໄວທັນໃຈ, ທັນເຫດການ, ເຄື່ອງໄມ້ເຄື່ອງມືທັນສະໄໝ ແລະ ໄວກ່ວາ, ແຕ່ກໍ່ມີຂໍ້ຈຳກັດຢ່າງມະຫາສານ, ຍິ່ງໄປກ່ວານັ້ນອາດຈະເປັນອັນຕະລາຍຮ້າຍແຮງຕໍ່ແນວທາງການເມືອງ, ນະໂຍບາຍຂອງພັກ ແລະ ລັດ ຖະບານ, ເປັນຜົນກະທົບເຖິງສາກົນ ແລະ ຄວາມໝັ້ນຄົງແຫ່ງຊາດ, ເພາະຂ່າວດັ່ງກ່າວບໍ່ໄດ້ຮັບການກວດສອບຈາກຜູ້ໃດ, ສື່ ແລະ ເພດຈ ຈຳນວນດັ່ງກ່າວບໍ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍ ໝາຍຄວາມວ່າບໍ່ໄດ້ມີການຈົດລົງທະບຽນຢ່າງຖືກຕ້ອງ, ຂ່າວອອກໄປເຖິງແມ່ນວ່າຈະໄວທັນໃຈ ແຕ່ເປັນຂ່າວທີ່ບໍ່ເປັນໜ້າເຊື່ອຖື , ເພາະສື່ດັ່ງກ່າວບໍ່ເປັນຕົວຕົນ ແລະ ກໍ່ບໍ່ຮູ້ທີ່ຕັ້ງຂອງສຳນັກ ເພດຈ ຂອງພວກເຂົາ, ການສ່ອງແສງບັນຫາຕ່າງໆ ກໍ່ບໍ່ແທດເຖິງແກ່ນແທ້ ແລະ ເນື້ອແທ້ ກໍ່ ຄືທາດແທ້ຂອງບັນຫາ, ສ່ອງແສງແຕ່ຮູບນອກ ແລະ ປະກົດການຂອງບັນຫາເທົ່ານັ້ນ. ຕົວຢ່າງ: ກໍລະນີຜິດພາດທີ່ດິນຢູ່ບ້ານນາໂນ ເມືອງໄຊທານີ, ກໍລະນີລົດແມັກໂຄໄປທຸບເຮືອນຂອງປະຊາຊົນຢູ່ແຄມທາງບ້ານດ່ານຊ້າງ ເມືອງໄຊທານີ ແລະ ອື່ນໆ. ສື່ຍຸກໃໝ່ວ່ອງໄວທັນໃຈບໍ່ໄດ້ສ່ອງແສງເຖິງເນື້ອແທ້, ແກນແທ້ຂອງບັນຫາ, ບໍ່ໃຫ້ຮູ້ທີ່ໄປທີ່ມາ, ເຫດ ແລະ ຜົນຂອງບັນຫາ, ຈຶ່ງເຮັດໃຫ້ສັງຄົມວິພາກວິຈານຕໍ່ບັນຫາຕ່າງນັ້ນຜິດພາດອອກຈາກຄວາມຈິງຂອງບັນຫາ, ສັງຄົມເກີດຄວາມສັບສົນ ແລະ ແຕກຕື່ນ…
ເພື່ອການຄົງຕົວ ແລະ ຂະຫຍາຍຕົວ, ສື່ດັ້ງເດີມຕ້ອງຫາທຸກວິທີທາງປັບປຸງຕົວເອງໃຫ້ທັນຍຸກ ທັນສະໄໝ, ຕ້ອງໄດ້ມີການລົງທຶນທີ່ເໝາະສົມເຂົ້າໃນວຽກງານສື່ມວນຊົນ, ປັບປຸງນິຕິກຳ ແລະ ວິທີການປະສານງານ, ແບບແຜນວິທີເຮັດວຽກ, ຫຼຸດຜ່ອນຂອດຂັ້ນໃນການປະສານງານ ແລະ ຂໍອະນຸມັດໃຫ້ຫຼຸດໜ້ອຍລົງ. ນັກຂ່າວກໍ່ຕ້ອງເປັນຜູ້ຫ້າວຫັນ, ວ່ອງໄວ, ມີຄວາມຮູ້ຄວາມສາມາດ ແລະ ເປັນມືອາຊີບ, ຮູ້ເຕັກໂນໂລຢີທີ່ທັນສະໄໝ, ມີຈັນຍາບັນ, ຈັນຍາທຳ, ມີວິໄສທັດເບິ່ງກ້ວາງເຫັນໄກ, ມີຈິດໃຈປ່ຽນແປງໃໝ່ຢູ່ຕະຫຼອດເວລາ. ໂດຍສະເພາະລັດຖະບານຕ້ອງກ້າຕັດສິນໃຈລົງທຶນທີ່ເໝາະສົມເຂົ້າໃສ່ບັນຫາຂອງສື່ໃຫ້ຫຼາຍຂຶ້ນ ພ້ອມກັນນີ້ ກໍ່ຕ້ອງມີຂໍ້ກຳນົດກົດໝາຍ, ມີນິຕິກຳທີ່ຮັດກຸ່ມໃນການຄວບຄຸມ ແລະ ຄຸ້ມຄອງບັນຫາສື່ເຖື່ອນ ທີ່ຍາມໃດກໍຫວັງທຳລາຍມ້າງເພ, ປັ່ນປ່ວນ, ໃສ້ຮ້າຍປ້າຍສີແນວທາງການເມືອງຂອງພັກ ແລະ ລັດ ຖະບານເຮົາ.
ຖ້າເຮັດໄດ້ດັ່ງທີ່ເວົ້າມາຂ້າງເທິງນີ້ຄິດວ່າສື່ດັ້ງເດີມຂອງພວກເຮົາກໍ່ຈະກາຍເປັນສື່ຍຸກໃໝ່ທັນສະໄໝໄດ້ເຊັ່ນດຽວກັນ. ຕ້ອງມີຈິດໃຈປະຕິວັດບຸກ, ເຮັດໃຫ້ສື່ດັ້ງເດີມກາຍເປັນສື່ທັງທັນສະໄໝ ທັງມີຄວາມເຊື່ອໝັ້ນ ເຊື່ອຖືຈາກສັງຄົມ, ເປັນທີ່ເພິ່ງອັນແທ້ຈິງຂອງປະຊາຊົນ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ ແລະ ລັດເຮົາ, ເປັນເວທີປະຊາທິປະໄຕຂອງປະຊາຊົນຢ່າງແທ້ຈິງ.
——————————

