10 ສິ່ງ ຖ້າເຂົ້າໃຈຈະທຸກໜ້ອຍລົງ

- ມີເທົ່າກັນໝົດຄື “ເວລາ” ໃຊ້ກໍໝົດ ບໍ່ໃຊ້ກໍໝົດ.
- “ຕາຍແນ່ນອນ” ຢ່າໄປອິດສາ ຫລື ສາບແຊ່ງໃຜ ແນວໃດເຂົາກໍຕາຍ ເຮົາກໍຕາຍຄືກັນ.
- “ບໍ່ພໍໃຈ” ໃນຕົນເອງ ມີເທົ່າໃດກໍບໍ່ມີຄວາມສຸກ.
- “ຄວາມບໍ່ມີ” ບໍ່ທຸກເທົ່າ “ຄວາມຢາກມີ”.
- ຈະບໍ່ເມື່ອຍຖ້າເປັນໂຕເອງ, ຈະເມື່ອຍຫລາຍຖ້າ “ພະຍາຍາມເປັນຄືຄົນອື່ນ”.
- “ຢ່າບັງຄັບໃຜ” ເພາະໃຜກໍບັງຄັບເຮົາບໍ່ໄດ້ຄືກັນ ສຸດທ້າຍ ເຮົາມີທາງຍ່າງຂອງຕົນເອງ.
- “ລູກບໍ່ແມ່ນຊັບສົມບັດຂອງເຮົາ” ເຮົາບໍ່ແມ່ນຊັບສົມບັດຂອງລູກ ເຮົາລ້ວນເກີດມາມີໜ້າທີ່ຕໍ່ກັນ ແລະ ກັນ ຕາມຄວາມ ເປັນລູກ ແລະ ຄວາມເປັນ ພໍ່ – ແມ່.
- “ຜົນກຳ” ບໍ່ໄດ້ເກີດຈາກການຈອງເວນຈອງກຳ ເມື່ອເຖິງເວລາ ເວນກຳກໍຈະເຮັດວຽກຂອງມັນເອງ.
- “ບໍ່ຄາດຫວັງ” ກໍຈະບໍ່ຜິດຫວັງ, ໃຜວາງໄດ້ ຄົນນັ້ນກໍມີຄວາມສຸກກ່ອນ.
- “ຊີວິດທີ່ດີທີ່ສຸດ” ແມ່ນຊີວິດທີ່ເປັນແບບຂອງໂຕເອງ, ບໍ່ປຽບທຽບ, ບໍ່ອິດສາ, ປ່ອຍວາງອະດີດ, ເຊົາຄາດຫວັງອະນາ ຄົດ, ເຮັດມື້ນີ້ໃຫ້ເຕັມທີ່ ແລະ ດີທີ່ສຸດກໍພໍ. “ສຸກ” ກັບ “ທຸກ” ຄູ່ກັນສະເໝີ ດີທີ່ສຸດແມ່ນການບໍ່ຍຶດຕິດກັບສຸກ ແລະ ເຂົ້າໃຈທຸກ.

