ມອບ-ຮັບຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດ ແລະ ວິສາຫະກິດໃຫ້ລວມສູນຜ່ານລະບົບTaxRis

ພິທີມອບ-ຮັບຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດ ແລະ ລັດວິສາຫະກິດໃຫ້ລວມສູນຜ່ານລະບົບ TaxRis ລະຫວ່າງກົມຄຸ້ມຄອງຊັບສິນຂອງລັດ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະການປະກັນໄພ, ໃຫ້ກົມສ່ວຍສາອາກອນ ລວມສູນຜ່ານລະບົບ TaxRis, ເພື່ອກະກຽມຄວາມພ້ອມ, ທົດລອງນຳໃຊ້ ແລະ ປັບປຸງໃຫ້ມີຄວາມສອດຄ່ອງກັບລະບົບ,ພ້ອມກັນນັ້ນເພື່ອເປັນບ່ອນອີງໃນການມອບໂອນຖານຂໍ້ມູນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກ 2 ຂະແໜງດັ່ງກ່າວ.

ສະນັ້ນ, ໃນວັນທີ 10 ສິງຫາ 2021 ຜ່ານມາ, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບຂໍ້ມູນຖານລາຍຮັບ, ໂດຍຕາງໜ້າມອບຂອງທ່ານ ພູດົງ ສຸຂະວົງ ຮັກສາການກົມຄຸ້ມຄອງຊັບສິນຂອງລັດ ແລະ ທ່ານ ປອ ສອນເພັດ ອິນທະວົງ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ຕາງໜ້າຮັບຂອງທ່ານ ທຳມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການມອບ-ຮັບຂໍ້ມູນຖານລາຍຮັບດັ່ງກ່າວແມ່ນອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3242/ກງ, ລົງວັນທີ 23 ກໍລະກົດ 2021 ວ່າດ້ວຍການແຈ້ງມອບລາຍຮັບຈາກຈາກຊັບສິນຂອງລັດ ແລະ ລາຍຮັບຈາກວິສາຫະກິດໃຫ້ລວມສູນຜ່ານລະບົບ TaxRis, ໂດຍເຫັນດີມອບໃຫ້ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນຂອງລັດ ແລະ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພເຮັດບົດບັນທຶກຄວາມເຂົ້າໃຈ, ພ້ອມທັງມອບວຽກທີ່ກ່ຽວຂ້ອງໃຫ້ສຳເລັດພາຍໃນເດືອນກໍລະກົດ 2021 ແລະ ປັບປຸງແຜນລາຍຮັບຈາກຊັບສິນຂອງລັດ ແລະ ລັດວິສາຫະກິດ ໄປຂຶ້ນກັບກົມສ່ວຍສາອາກອນໃນປີ 2022. ທັງນີ້, ເພື່ອໃຫ້ສອດຄ່ອງກັບພາລະບົດບາດໃໝ່ຂອງກົມສ່ວຍສາອາກອນ,
ຄຽງຄູ່ກັນນີ້, ຍັງໃຫ້ກົມຄຸ້ມຄອງຊັບສິນຂອງລັດນຳໃຊ້ລະບົບ TaxRis ຕິດຕາມກວດກາການແຈ້ງມອບລາຍຮັບຈາກຊັບສິນຂອງລັດ, ກົມຄຸ້ມຄອງວິສາຫະກິດລັັດລົງທຶນ ແລະ ການປະກັນໄພ, ເພື່ອກວດກາໃຫ້ຖືກຕ້ອງຕາມສັນຍາ,ກົດໝາຍ ແລະ ລະບຽບການສັງລວມຕົວເລກລາຍຮັບດັ່ງກ່າວເພື່ອສົມທຽບກັບຄັງເງິນແຫ່ງຊາດ.

ພ້ອມນັ້ນ, ມອບໃຫ້ກົມສ່ວຍສາອາກອນສ້າງແຜນລາຍຮັບປະຈຳປີ 2022 ໃຫ້ລວມລາຍຮັບທີ່ບໍ່ແມ່ນສ່ວຍສາອາກອນ, ຕາມການມອບໝາຍ, ຈັດຝຶກອົບຮົມການແຈ້ງມອບລາຍຮັບທີ່ບໍ່ແມ່ນສ່ວຍສາອາກອນໃຫ້ກັບຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆພ້ອມທັງການໂຄສະໜາເຜີຍແຜ່ການແຈ້ງມອບພັນທະຕ່າງໆຜ່ານລະບົບ TaxRis ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ.