ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານຕ້ານໂຄວິດ-19 ມູນຄ່າ 88 ຕື້ກ່ວາກີບ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ແຈ້ງດ້ານພະລາທິການ ແລະ ການເງິນ ກ່ຽວກັບວຽກງານຕ້ານໂຄວິດ-19 ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດ ທີ IX ວ່າ: ລັດຖະບານ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ນໍາໃຊ້ງົບປະມານ ແລະ ອຸປະກອນຕ່າງໆ ເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ນັບແຕ່ມີການລະບາດຂອງພະຍາດໂຄວິດ ແຕ່ເດືອນກຸມພາ 2020 ມາຮອດວັນທີ 6 ສິງຫາ 2021 ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດ, ອຸປະກອນການແພດ, ເຄມີ, ຢາປິ່ນປົວ ແລະ ເງິນສົດ ລວມມູນຄ່າການຊ່ວຍເຫລືອປະມານ 88,34 ຕື້ກີບ, 76,25 ລ້ານໂດລາສະຫະລັດ, 23,71 ລ້ານບາດ (ສະກຸນເງິນໄທ), 13,45 ລ້ານຢວນ (ສະກຸນເງິນຈີນ), 248,67 ລ້ານເຢັນ (ສະກຸນເງິນຍີປຸ່ນ), 431,33 ລ້ານດົງ (ສະກຸນເງິນຫວຽດນາມ), 11.000 ກວ່າໂດລາສິງກະໂປ, 2 ລ້ານກວ່າເອີໂຣ ແລະ 95 ລ້ານກວ່າວອນ (ສະກຸນເງິນ ສ.ເກົາຫລີ). ໃນນີ້ການຊ່ວຍເຫລືອທາງດ້ານອຸປະກອນການແພດລວມມີມູນຄ່າກວ່າ 34,9 ຕື້ກີບ, 67 ລ້ານກວ່າໂດລາສະຫະລັດ, 17 ລ້ານກວ່າບາດ, 13 ລ້ານກວ່າຢວນ, 107 ລ້ານກວ່າເຢັນ, 431 ລ້ານກວ່າດົງ, 11.000 ໂດລາສິງກະໂປ ແລະ 2.000.000 ກວ່າເອີໂຣ.

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຕື່ມວ່າ: ສໍາລັບງົບປະມານຂອງລັດໃນປີ2021 ນີ້ ໄດ້ຮັບເງິນອະນຸມັດສຸກເສີນ 2 ຄັ້ງ ລວມທັງໝົດ 50 ຕື້ກີບ, ຊຶ່ງໄດ້ແບ່ງໃຫ້ກະຊວງສາທາລະນະສຸກ ແລະ ບັນດາແຂວງທົ່ວປະເທດ ແລະ ໂອນເພີ່ມໃຫ້ 4 ແຂວງ ທີ່ມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນ.

ສໍາລັບເງິນຊ່ວຍເຫລືອຈາກສັງຄົມ ມາຮອດວັນທີ 7 ສິງຫາ 2021 ໄດ້ຮັບການຊ່ວຍເຫລືອຈໍານວນ 20 ຕື້ກວ່າກີບ ແມ່ນໄດ້ນໍາໃຊ້ແລ້ວ 5,9 ຕື້ກວ່າກີບ, ຍັງເຫລືອ 14 ຕື້ກວ່າກີບ, 5,8 ລ້ານກວ່າໂດລາສະຫະລັດ ແລະ 8,1 ລ້ານກວ່າບາດ.