ຊາວອາເມລິກາ 50% ໄດ້ຮັບສັກວັກຊີນຄົບໂດສແລ້ວ

ສະຫະລັດເລີ່ມເຫັນຄວາມຄືບໜ້າການສັກວັກຊີນໂຄວິດ-19 ໃຫ້ແກ່ປະຊາຊົນ ໂດຍຫຼ້າສຸດທຳນຽບຂາວລະບຸວ່າ ເຄິ່ງໜຶ່ງຂອງຊາວອາເມລິກາໄດ້ຮັບສັກວັກຊິນຄົບໂດສແລ້ວ.

ຊຶ່ງຂະນະນີ້ມີປະຊາຊົນອາເມລິກາແຫ່ກັນໄປສັກວັກຊີນເປັນຈຳນວນຫຼາຍຂຶ້ນ ຫຼັງພົບການລະບາດຂອງເຊື້ອກາຍພັນ ເດລຕາ ໂດຍຈົນເຖິງເມື່ອວັນທີ 6 ສິງຫານີ້ ມີປະຊາຊົນອາເມລິກາທຸກໄວເຖິງ 50% ໄດ້ຮັບສັກວັກຊີນໂຄວິດ-19 ຄົບໂດສແລ້ວ ຫຼື ຫຼາຍກວ່າ 165 ລ້ານຄົນ ຫຼັງຈາກທີ່ຊ່ວງທ້າຍເດືອນພຶດສະະາທີ່ຜ່ານມາ ມີເຄິ່ງໜຶ່ງຂອງປະຊາກອນຜູ້ໃຫຍ່ໄດ້ຮັບສັກວັກຊິນຄົບໂດຍ.

ທັງນີ້ສະຫະລັດເປັນປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກໂຄວິດ-19 ໂດຍມີຍອດຜູ້ເສຍຊິວິດ ສະສົມເຖິງ 615,000 ຄົນ. ໃນອາທິດທີ່ຜ່ານມາ ສະເລ່ຍມີຜູ້ຕິດເຊື້ອລາຍວັນສູງເຖິງ 90,000 ຄົນ ຈົນເຮັດໃຫ້ຫຼາຍລັດຕ້ອງກັບມາໃຊ້ມາດຕະການຄຸມເຂັ້ມກັນອີກຄັ້ງ.

ແຫຼ່ງຂ່າວ : ແຊນແນລນິວສເອເຊຍ