ສື່ມວນຊົນລາວຍາມໃດກໍຕິດພັນກັບພາລະກຳປະຫວັດສາດຂອງຊາດ

ໂດຍ: ທິດກ່ຳ

ເມື່ອເອີ່ຍເຖິງພາລະກິດຂອງສື່ມວນຊົນລາວຍາມໃດກໍຕິດພັນກັບພາລະກຳປະຫວັດສາດຂອງຊາດ. ອັນສາເຫດກໍຍ້ອນວ່າ ສື່ເປັນກະບອກສຽງຂອງພັກ, ຂອງຊາດ ແລະ ຂອງການປະຕິວັດລາວຕະຫລອດມາ. ເພາະສະນັ້ນເນື່ອງໃນວັນຄົບຮອບ 71 ປີ ແຫ່ງການສ້າງຕັ້ງວັນສື່ມວນຊົນລາວ ວັນທີ 13 ສິງຫາ 1950 – 13 ສິງຫາ 2021 ທີ່ຈະມາເຖິງໃນມໍ່ໆນີ້, ໜັງສືພິມ ລາວພັດທະນາ ມີຄວາມຍິນດີນຳເອົາໝາກຜົນແຫ່ງພາລະກິດຂອງສື່ມວນຊົນທີ່ໄດ້ກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍຕົວບົນເສັ້ນທາງປະຕິວັດທີ່ຕິດພັນຢ່າງສະໜິດແໜ້ນກັບພາລະກິດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນຍຸກສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ດັ່ງພວກເຮົາຮູ້ນຳກັນມາແລ້ວວ່າ, ສື່ມວນຊົນລາວແມ່ນໄດ້ກຳເນີດເກີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການປະຕິວັດຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາຕະຫລອດໄລຍະເຄິ່ງສະຕະວັດກວ່າ ເຊິ່ງໃນສະໄໝນັ້ນແມ່ນເລີ່ມຈາກການປຸກລະດົມ, ໂຄສະນາດ້ວຍປາກເປົ່າ ເພື່ອດູດດຶງຊວນເຊື່ອເອົາກຳລັງມະຫາຊົນໃຫ້ເຂົ້າຮ່ວມຂະບວນການປະຕິວັດ. ຕໍ່ຈາກນັ້ນມາຈຶ່ງມີການຂຽນບົດຂ່າວຄາວຕ່າງໆດ້ວຍມື ແລ້ວຈຶ່ງໄປພິມໃສ່ຈັກໂລນຽວ ເພື່ອແຈກຢາຍປະຊາຊົນ, ທະຫານ, ພະນັກງານ ແລະ ພື້ນຖານການປະຕິວັດໃນເຂດປົດປ່ອຍໄດ້ອ່ານ ຈົນກ້າວຂຶ້ນມີໂຮງພິມ, ມີການພິມຈຳໜ່າຍເປັນໜັງສືພິມແນວລາວອິດສະຫລະ ປ່ຽນມາເປັນແນວລາວຮັກຊາດ, ຈາກນັ້ນກໍກ້າວຂຶ້ນມີວິທະຍຸກະຈາຍສຽງຂອງແນວລາວຮັກຊາດ ເພື່ອໂຄສະນາກະຈາຍຂ່າວຄາວກ່ຽວກັບໝາກຜົນ ແລະ ໄຊຊະນະແຫ່ງການຕໍ່ສູ້ປະຕິວັດຢ່າງກວ້າງຂວາງໃນເຂດປົດປ່ອຍ ແລະ ເຂດຍາດແຍ່ງໃນທົ່ວປະເທດ. ຍ້ອນວົງການສື່ມວນຊົນປະຕິວັດໃນສະໄໝນັ້ນກາຍເປັນກຳລັງແຮງອັນມະຫາສານໃນການປະກອບສ່ວນໃຫ້ແກ່ການປະຕິວັດຊາດປະຊາທິປະໄຕ ມາເຖິງປີ 1975 ພວກເຮົາກໍສາມາດປົດປ່ອຍໄດ້ໃນຂອບເຂດທົ່ວປະເທດ.

ພໍຕົກມາຮອດໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສື່ມວນຊົນລາວຍິ່ງມີບົດບາດ ແລະ ໜ້າທີ່ອັນສຳຄັນໃນພາລະກິດດັ່ງກ່າວ ຍ້ອນວ່າສື່ເປັນກະບອກສຽງອັນແຫລມຄົມຂອງພັກ ແລະ ລັດຖະບານ ພາລະກິດທຸກຢ່າງຈຶ່ງກາຍເປັນຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງການປະຕິວັດ. ໃນຊ່ວງໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ສື່ມວນຊົນລາວຍິ່ງໄດ້ຮັບການປັບປຸງດ້ານປະລິມານ ແລະ ຄຸນນະພາບ ໄດ້ມີໂຮງພິມ ແລະ ການພິມຈຳໜ່າຍກະຈາຍໄປທົ່ວທຸກແຂວງໃນທົ່ວປະເທດ, ວາລະສານ, ໜັງສືພິມໄດ້ເພີ່ມຂຶ້ນເປັນສິບເປັນຮ້ອຍສະບັບ, ວິທະຍຸກະຈາຍສຽງ ແລະ ໂທລະພາບໄດ້ກະຈາຍໄປທົ່ວທຸກແຂວງ ແລະ ໃນບາງເມືອງ ແລະ ເຂດຈຸດສຸມໃນທົ່ວປະເທດ. ດ້ານພາຫະນະເຕັກນິກ, ການບໍລິຫານຈັດການ ກໍໄດ້ຫັນປ່ຽນຈາກລະບົບອານາລັອກມາເປັນດິຈີຕອນທີ່ທັນສະໄໝຕາມຂະບວນວິວັດຂອງໂລກສະໄໝໃໝ່. ນອກຈາກນັ້ນ ນັກສື່ມວນຊົນລາວກໍໄດ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ອັນທີ່ໂດດເດັ່ນທີ່ສຸດໃນຍຸກປັດຈຸບັນ ອັນເປັນຍຸກໂລກາພິວັດໄດ້ເກີດມີສື່ໃໝ່ທັນສະໄໝວ່ອງໄວທັນໃຈ ເປັນຕົ້ນຄືສື່ອອນລາຍເກີດຂຶ້ນຢ່າງແຜ່ລາມກວ້າງຂວາງທີ່ສຸດ. ນີ້ຄືພາລະກິດຂອງສື່ມວນຊົນລາວ ເຊິ່ງຍາມໃດກໍຕິດພັນກັບພາລະກິດຂອງຊາດຂອງການປະຕິວັດຕະຫລອດມາ.

ເຖິງຢ່າງໃດກໍດີ, ອີງໃສ່ຄວາມຮຽກຮ້ອງຕ້ອງການໃນເງື່ອນໄຂໃໝ່, ຍຸກສະໄໝໃໝ່ ສື່ມວນຊົນລາວຕ້ອງປັບປຸງຕົນເອງໃນບາງດ້ານຄື: ຄວາມແມ້ນຢຳ, ວ່ອງໄວທັນສະໄໝກວ່າເກົ່າໃຫ້ຫລາຍເທົ່າ. ນອກຈາກນັ້ນ ນັກສື່ມວນຊົນຕ້ອງເກັ່ງ ແລະ ທັນສະໄໝ ສາມາດຕອບຕ້ານຕອບໂຕ້ພວກຫາວິທີປໍລະປັກໃຫ້ວ່ອງໄວທັນການ ເຮົາບໍ່ຄວນລໍຖ້າແຕ່ຄຳສັ່ງ ຫລື ຖ້າບໍ່ມີນ້ຳຍ້ອຍຫອຍກໍບໍ່ໄຕ່ ສຸດທ້າຍມາກໍຍັງເຫລືອແຕ່ນ້ຳຈວ່າງລວ່າງ ເພາະຕ່ອນແຊບໆເຂົາເອົາໄປກິນກ່ອນແລ້ວ.