ຫໍປະຊຸມສະພາແຫ່ງຊາດ ສປປ ລາວ ສັນຍະລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ລາວ-ຫວຽດນາມ

ໂຄງການກໍ່ສ້າງຫໍປະຊຸມສະພາແຫ່ງຊາດຫລັງໃໝ່ຂອງປະເທດເຮົາ ເປັນຂອງຂັວນອັນລໍ້າຄ່າຂອງພັກ-ລັດ ແລະປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ມອບໃຫ້ພັກ – ລັດ ແລະປະຊາຊົນ ລາວເຮົາ, ເຊິ່ງເປັນໂຄງການທີ່ມີຄວາມໝາຍສຳຄັນຍິ່ງແຫ່ງການ ເສີມຂະຫຽາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ. ຊຶ່ງໂຄງການສຳຄັນນີ້ ໂດຍກະຊວງກໍ່ສ້າງ ສສ ຫວຽດນາມ ເປັນຜູ້ລົງທຶນ,ຊຶ່ງມີມູນຄ່າທັງຫມົດ 111 ລ້ານໂດລາສະຫະລັດ, ຊຶ່ງແມ່ນແມ່ທັບ 11 ກະຊວງປ້ອງກັນປະເທດ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ເປັນຕຶກອາຄານທີ່ທັນສະໄຫມ ແລະ ປະກອບໄປດ້ວຍນະວັດຕະກຳໃຫມ່ທີ່ກ້າວຫນ້າຂອງໂລກ, ໂດຍການ ປະສົມປະສານ ລະຫວ່າງວັດທະນາທຳ ທີ່ເປັນເອກະລັກ ອັນງົດງາມຂອງ ສປປ ລາວ, ເປັນຕຶກອາຄານ ສູງ 5 ຊັ້ນ ແລະ ຊັ້ນໃຕ້ດິນ ສາມາດບັນຈຸຜູ້ຄົນໄດ້ຫລາຍແຕ່ 800-1.000 ຄົນ, ມີສະໂມສອນໃຫຍ່, ມີຫ້ອງປະຊຸມກວ້າງຂວາງທັງຂະຫນາດໃຫຍ່, ປານກາງ ແລະ ຂະໜາດນ້ອຍ ຢ່າງຄົບຖ້ວນ, ປະກອບມີຫ້ອງເຮັດວຽກຂອງພະນັກງານ, ສະມາຊິກສະພາແຫ່ງຊາດ,ພ້ອມສາມາດຈັດເປັນບ່ອນປະຊຸມຂອງສະພາ ແລະ ເປັນບ່ອນເຮັດວຽກຂອງຜູ້ນຳສະພາແຫ່ງຊາດ. ນອກຈາກນັ້ນຍັງມີສະຖານທີ່ຈັດງານສຳຄັນຕ່າງໆຂອງປະເທດຊາດ,ສຳລັບຮັບແຂກພາຍໃນ ແລະຕ່າງປະເທດທີ່ສຳຄັນໄດ້ອີກດ້ວຍ
ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ຂອງທ່ານປະທານປະເທດ ຫງວຽນ ຊວັນ ຝຸກ ພ້ອມຜູ້ນຳຂັ້ນສູງ ຂອງ ສສ ຫວຽດນາມ ລະຫ່ວາງວັນທີ 8-10ສິງຫາ2021 ນີ້ກໍຈະໄດ້ຮັບກຽດເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງຕຶກອາຄານໃໝ່ດັ່ງກ່າວ ຢ່າງເປັນທາງການ.
ໂຄງການກໍ່ສ້າງຫໍປະຊຸມສະພາແຫ່ງຊາດ ທີ່ສຳຄັນນີ້ ບໍ່ພຽງແຕ່ເປັນໂຄງການໃຫຍ່ ແລະ ທັນສະໄໝທີ່ສຸດໃນລາວເທົ່ານັ້ນ ຍັງເປັນຂອງຂັວນລາງວັນອັນລໍ້າຄ່າຂອງພັກ-ລັດ ແລະປະຊາຊົນຫວຽດນາມມອບໃຫ້ພັກ-ລັດ ແລະປະຊາຊົນລາວຢ່າງສົມກຽດ, ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ເປັນມໍລະດົກສືບທອດໃຫ້ແກ່ຮຸ່ນໃຫມ່ໃນອະນາຄົດ. ເປັນຊັບສົມບັດອັນລ້ຳຄ່າ ໃຫ້ປະຊາຊົນລາວຕະຫຼອດໄປ.

