ຄະນະພັກຮາກຖານກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພໄດ້ຮັບການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ໃນວັນທີ 6 ສິງຫາ 2021 ທີ່ກະຊວງການເງິນ, ຄະນະພັກຮາກຖານກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ເອກະສານສຳຄັນຈຳນວນໜຶ່ງ, ໂດຍການເປັນປະທານຂອງສະຫາຍ ປອ ສອນເພັດ ອິນທະວົງ ກຳມະການພັກກະຊວງ, ເລຂາຄະນະພັກຮາກຖານ, ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ມີບັນດາສະຫາຍຄະນະພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງກົມເຂົ້າຮ່ວມ.
ເພື່ອເຮັດໃຫ້ສະມາຊິກພັກພະນັກງານກຳໄດ້ເນື້ອໃນຈິດໃຈຕົ້ນຕໍ, ມີຄວາມເຂົ້າໃຈຢ່າງເປັນເອກະພາບ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເຂົ້າສູ່ການຈັດຕັ້ງປະຕິບັດວຽກງານໃຫ້ເກີດຜົນເປັນຈິງ, ແນໃສ່ຍົກສູງບົດບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ.
ໂອກາດດັ່ງກ່າວ, ສະຫາຍ ປອ ສອນເພັດ ອິນທະວົງ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເພື່ອໃຫ້ບັນດາສະມາຊິກພັກ-ພະນັກງານແຕ່ລະຂັ້ນກຳແໜ້ນ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງຕໍ່ເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແນ່ໃສ່ຍົກສູງບົດບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ.
ໂດຍປະຕິບັດຕາມຈິດໃຈຊີ້ນຳ ແລະ ການຕົກລົງຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືຄຳສັ່ງກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເພື່ອໃຫ້ບັນດາສະຫາຍ-ພະນັກງານນຳພາຫຼັກແຫຼ່ງກຳໄດ້ເນື້ອໃນຈິດໃຈຕົ້ນຕໍ ມີຄວາມເຂົ້າໃຈຢ່າງເປັນເອກະພາບ, ເພື່ອສືບຕໍ່ນຳພາຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ XI ເຂົ້າສູ່ວຽກງານຂອງຕົນ ແລະ ເຮັດໃຫ້ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ຮັບການຈັດຕັ້ງເຊື່ອມຊຶມຢ່າງກວ້າງຂວາງເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ພ້ອມດຽວກັນນັ້ນ, ຍັງໄດ້ເຜີຍແຜ່ ເຊື່ອມຊຶມ ບັນດາເອກະສານສຳຄັນຈຳນວນໜຶ່ງເຊັ່ນ: ເຜີຍແຜ່ວຽກງານກ່ຽວກັບວຽກງານກຳມະບານ, ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ) ໃນໄລຍະ 7 ເດືອນຜ່ານມາ ແລະ ການປະກອບຄຳຄິດຄຳເຫັນນຳອີກດ້ວຍ.

