ອົງການອະນາໄມໂລກ ຂໍຮ້ອງໃຫ້ປະເທດລໍ້າລວຍ ຢ່າຟ້າວສັກວັກຊີນເຂັມ 3

ອົງການອະນາໄມໂລກຮຽກຮ້ອງໃຫ້ຊາດລໍ້າລວຍສະລໍການສັກວັກຊີນຕ້ານໂຄວິດ-19 ເຂັມທີ 3 ອອກໄປກ່ອນ ເພື່ອນຳວັກຊີນໄປໃຫ້ປະເທດມີລາຍໄດ້ຕໍ່າ ຊຶ່ງຂະນະນີ້ອັດຕາການສັກວັກຊີນຕໍ່າຫລາຍ.
ສຳນັກຂ່າວ ແຊນແນລນິວເອເຊຍ ລາຍງານວ່າ: ດຣ. ເທດຣອດ ອັດຮາມອມ ເກເບຣເຢຊຸສ ຜູ້ອຳນວຍການອົງການອະນາໄມໂລກ ອອກມາຮຽກຮ້ອງໃນວັນທີ 4 ສິງຫາ 2021 ນີ້ ຂໍໃຫ້ປະເທດຕ່າງໆ ສະລໍແຜນການສັກວັກຊີນຕ້ານໂຄວິດ-19 ເຂັມທີ 3 ເປັນວັກຊິນກະຕຸ້ນພູມຄຸ້ມກັນອອກໄປກ່ອນຈົນເຖິງທ້າຍເດືອນກັນຍາເປັນຢ່າງໜ້ອຍ, ເພື່ອຈະໄດ້ນໍາວັກຊິນສ່ວນນີ້ໄປໃຫ້ປະເທດຍາກຈົນ ແລະ ເຊື່ອວ່າການເຮັດແບບນີ້ຈະຊ່ວຍໃຫ້ປະຊາກອນທຸກປະເທດໄດ້ຮັບວັກຊິນຢ່າງໜ້ອຍ 10% ຂອງປະຊາກອນທັງໝົດ.
ທັງນີ້ WHO ກຳລັງພະຍາຍາມຫາທາງຫລຸດຊ່ອງວ່າງຄວາມເຫລື່ອມລໍ້າທາງວັກຊີນລະຫວ່າງປະເທດທີ່ມີລາຍຮັບສູງ ແລະ ປະເທດທີ່ມີລາຍຮັບຕ່ຳ ໂດຍພວກເຂົາຕ້ອງການໃຫ້ປະຊາກອນທຸກປະເທດໄດ້ຮັບວັກຊິນຢ່າງໜ້ອຍ 10% ພາຍໃນເດືອນ ກັນຍາ ແຕ່ແນວໂນ້ມໃນປັດຈຸບັນຍັງເຮັດໃຫ້ສິ່ງທີ່ພວກເຂົາຕ້ອງການບໍ່ສາມາດເກີດຂຶ້ນໄດ້.

