ເມືອງໄຊບູລີ ກຳນົດ 6 ຈຸດຈອດເຮືອ ເລັ່ງສະກັດກັ້ນການລັກລອບນຳຂົ້າສິນຄ້າ ທີ່ສ່ຽງຕິດພະຍາດໂຄວິດ-19

ໃນອາທິດຜ່ານມານີ້, ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມປຶກສາຫາລືການກໍານົດຈຸດຈອດເຮືອປະເພດຕ່າງໆຕາມລໍາແມ່ນໍ້າຂອງ ໂດຍການເປັນປະທານຂອງທ່ານ ເຈົ້າເມືອງໄຊບູລີ,ໂດຍມີຜູ້ຕາງຫນ້າກອງຮ້ອຍ 323 ທະຫານຊາຍແດນ, ຫົວໜ້າ ປກຊ-ປກສ ກຸ່ມ, ອໍານາດການປົກຄອງບ້ານ ທີ່ຕິດກັບຊາຍແດນເຂົ້າຮ່ວມ. ຕາມຄໍາສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດສະບັບ ເລກທີ 1060/ຈຂ.ສຂ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການນໍາໃຊ້ເຮືອປະເພດຕ່າງໆ ຕາມ ລໍາແມ່ນໍ້າຂອງ ແລະ ໃຫ້ລົບລ້າງທ່າເຮືອຂອງບຸກຄົນ ທີ່ສ້າງຂຶ້ນເອງໂດຍບໍ່ໄດ້ຮັບອະນຸຍາດ ແລະ ໄດ້ຕົກລົງກຳເອົາ 6 ຈຸດເປັນບ່ອນຈອດເຮືອທາງການ, ໂດຍແຕ່ລະບ່ອນໄດ້ກຳນົດໄລຍະຍາວບໍ່ໃຫ້ເກີນ 300 ແມັດ ຄື: ຈຸດທີ 1 ບ້ານສະຫວ່າງ-ຫີນນໍ້າອ້ອຍ, ຈຸດທີ 2 ບ້ານແກ້ງກະເບົາໃຕ້, ຈຸດທີ 3 ບ້ານສີວິໄລ-ສົມສະໜຸກ, ຈຸດທີ 4 ບ້ານທ່າຄໍ້-ທ່າວັດ, ຈຸດທີ 5 ບ້ານບົວໄຂ-ນາສັງ ແລະ ຈຸດທີ 6 ແມ່ນບ້ານປາກເຊບັ້ງໄຟ.
ພ້ອມນີ້ກໍໄດ້ກຳນົດໃຫ້ເຮືອແຕ່ລະລໍາຕ້ອງໄດ້ຂຶ້ນທະບຽນ ແລະຕິດປ້າຍໃຫ້ລະອຽດ ເພື່ອການຄຸ້ມຄອງເຮືອປະເພດຕ່າງໆຕາມຊາຍແດນລຽບແມ່ນໍ້າຂອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມສະງົບປອດໄພໃນໄລຍະການລະບາດຂອງພະຍາດໂຄວິດ-19 , ຖ້າຫາກມີກໍລະນີ້ຝ່າຝືນ ຫຼື ລະເມີດຄໍາສັ່ງ ໂດຍສະເພາະໃນກໍລະນີ ມີການລັກລອບນຳເຂົ້າສິນຄ້າທີ່ຜິດກົດໜາຍຈະຖືກດຳເນີນຄະດີຕາມຂັ້ນຕອນກົດຫມາຍຄື: ຄັ້ງທີ 1 ຈະຖືກສຶກສາອົບຮົມກ່າວເຕືອນ, ຄັ້ງທີ 2 ປັບໃໝເປັນເງິນ 5 ລ້ານກີບ ພ້ອມທັງຢຶດສິນຄ້າ ແລະເຮືອ, ສ່ວນຄັ້ງທີ 3 ຈະປັບໃໝເປັນເງິນ 10 ລ້ານກີບ ພ້ອມຖືກດໍາເນີນຄະດີຕາມລະບຽບກົດໝາຍ.
ໂອກາດນີ້, ທ່ານເຈົ້າເມືອງ ກໍ່ໄດ້ຮຽກຮ້ອງໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກຳລັງທະຫານຊາຍແດນ, ອໍານາດການປົກຄອງບ້ານ ເປັນເຈົ້າການແນະນຳ ປະຊາ ຊົນ ແລະຜູ້ປະກອບການ ນໍາໃຊ້ເຮືອ-ບັກປະເພດຕ່າງໆ ຕາມລຳແມ່ນໍ້າຂອງໃຫ້ເຂົ້າໃຈ ແລະຮ່ວມແຮງຮ່ວມໃຈກັນປະຕິບັດໃຫ້ເຂັ້ມງວດ, ເປັນຫູເປັນຕາຊ່ວຍກັນເຝົ້າລະວັງ, ສະກັດກັ້ນ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ.

