ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການເກີດແຜ່ນດິນໄຫວ ໃນວັນທີ 28-29 ກໍລະກົດ 2021 ເວລາ 21:59-01:36 ໂມງ ເຊິ່ງພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຫລັງຈາກເກີດແຜ່ນດິນໄຫວ ຈໍານວນ 3 ຄັ້ງ ໃນບໍລິເວນແຂວງອຸດົມໄຊ:
– ໃນເວລາ 21:59:28, ຂອງໂມງທ້ອງຖິ່ນ ຈຸດສູນກາງເສັ້ນຂະໜານທີ 20.7 ອົງສາເໜືອ ແລະ ເສັ້ນແວງທີ 101.6 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນ ປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບໍລິເວນ ບ້ານພູລົມ ເມືອງນາໝໍ້ ແຂວງອຸດົມໄຊ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງນາໝໍ້ ປະມານ 19 Km.
– ໃນເວລາ 01:00:47, ຂອງໂມງທ້ອງຖິ່ນ ຈຸດສູນກາງເສັ້ນຂະໜານທີ 20.7 ອົງສາເໜືອ ແລະ ເສັ້ນແວງທີ 101.7 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານຫ້ວຍຊອຍ ເມືອງນາໝໍ້ ແຂວງອຸດົມໄຊ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງນາໝໍ້ ປະມານ 27 Km.
– ໃນເວລາ 01:36:32, ຂອງໂມງທ້ອງຖິ່ນ ຈຸດສູນກາງເສັ້ນຂະໜານທີ 20,7 ອົງສາເໜືອ ແລະ ເສັ້ນແວງທີ 101.5 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານສະກົວ ເມືອງນາໝໍ້ ແຂວງອຸດົມໄຊ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງນາໝໍ້ ປະມານ 29 Km.
ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ