ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນຊີ້ນຳຫ້ອງການກະຊວງກຳແໜ້ນວຽກງານຢ່າງຮອບດ້ານ

ອີງຕາມການເຄື່ອນໄຫວຊີ້ນຳວຽກງານຂອງຫ້ອງການກະຊວງການເງິນໃນຄັ້ງນີ້,ເພື່ອໃຫ້ເຂົ້າໃຈເປັນເອກະພາບຕໍ່ການແບ່ງງານ ແລະ ສ້າງຄວາມຕັດສິນໃຈສູງໃນການປະຕິບັດໜ້າທີ່ວຽກງານຂອງຫ້ອງການກະຊວງການເງິນໃນຕໍ່ໜ້າ, ໃນວັນທີ 27 ກໍລະກົດ 2021 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ເຄື່ອນໄຫວຊີ້ນຳວຽກງານຫ້ອງການກະຊວງການເງິນ,ໂດຍມີ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ພ້ອມດ້ວຍຄະນະຫ້ອງການກະຊວງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ພາຍໃນກອງປະຊຸມ,ພາຍຫຼັງທີ່ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ໄດ້ຂຶ້ນກ່າວລາຍງານບົດສະພາບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີໂດຍຫຍໍ້,ທ່ານ ບຸນປອນ ວັນນະຈິດ ກໍໄດ້ກ່າວຄວາມຍ້ອງຍໍຊົມເຊີຍ, ຊຶ່ງເຫັນໄດ້ວ່າໄລຍະຜ່ານມາ ຫ້ອງການກະຊວງການເງິນໄດ້ ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດໂດຍມີຜົນສຳເລັດໃນຫຼາຍໆດ້ານທ່າມກາງສະພາບເງື່ອນໄຂທີ່ພົບຄວາມຫຍຸ້ງຍາກເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍລວມເຫັນໄດ້ວ່າພະນັກງານພາຍໃນຫ້ອງ ການກະຊວງການເງິນມີຄວາມສະຫງົບ, ຄວາມສາມັກຄີເປັນເອກະພາບ, ມີຄວາມອຸ່ນອ່ຽງທຸນທ່ຽງໃນການປະຕິບັດໜ້າທີ່,ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງໄດ້ຮັບຜົນສຳເລັດເປັນຢ່າງດີ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ແລະ ສາມາດຈັດຕັ້ງປະຕິບັດຕາມພາລະບົດບາດຂອງຫ້ອງການກະຊວງ ເປັນຕົ້ນແມ່ນ ການເປັນເສນາທິການໃນການປະສານງານ, ການບໍລິການຮັບໃຊ້ການນຳກະຊວງ, ເຊິ່ງສະຫຼຸບໂດຍລວມວ່າຫ້ອງການກະຊວງໄດ້ມີຄວາມພະຍາຍາມສູງໃນສະພາບເງື່ອນໄຂທີ່ໄດ້ພົບຄວາມຫຍຸ້ງຍາກນີ້.
ໃນນັ້ນ, ກໍຍັງມີຂໍ້ຄົງຄ້າງໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງຫ້ອງການກະຊວງການເງິນເຫັນໄດ້ວ່າຍັງມີບັນຫາຈຳນວນໜຶ່ງບໍ່ສາມາດຕອບສະໜອງໄດ້ ເປັນຕົ້ນແມ່ນຄວາມຮັບຜິດຊອບການເມືອງຕາມການໄດ້ຮັບມອບໝາຍຂອງພະນັກງານຈຳນວນໜຶ່ງບໍ່ທັນສູງ, ມີແນວຄິດລໍຄອຍຊັງຊາວຽກງານບາງຢ່າງຍັງຊັກຊ້າ, ການປະຕິບັດໜ້າທີ່ລັດຖະກອນຍັງບໍ່ເຂັ້ມງວດ,ການປະຕິບັດບົດບາດໃນຖານະການ ເປັນເສນາທິການໃນການຄົ້ນຄວ້າສັງລວມກັ່ນກອງເນື້ອໃນຍັງບໍ່ທັນຮັບປະກັນ ເຊິ່ງຍັງເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ ແລະ ການປະຕິບັດໜ້າທີ່ປະສານງານກັບບັນດາກົມ, ບັນດາກະຊວງຂັ້ນສູນກາງ ແລະ ທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກບໍ່ທັນໄດ້ສ້າງກົນໄກທີ່ລົ່ງລ່ຽນເອກະພາບ.
ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການເງິນ, ຍັງໄດ້ສະແດງຄຳຄິດຄຳເຫັນ ແລະ ໃຫ້ທິດຊີ້ນຳທິດທາງຕໍ່ໜ້າ, ໃນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານຂອງຫ້ອງການກະຊວງ, ໃນນັ້ນໃຫ້ເອົາໃຈໃສ່ສືບຕໍ່ນຳພາທາງດ້ານການເມືອງ, ແນວຄິດຢ່າງທົ່ວເຖິງຮອບດ້ານໂດຍ ກຳແໜ້ນມະຕິຕ່າງໆຂອງພັກ, ກົດໝາຍ ແລະ ລະບຽບການ, ປັບປຸງການຈັດຕັ້ງ, ແບບແຜນວິທີເຮັດວຽກຂອງບັນດາພະແນກ, ໜ່ວຍງານ,ປະຕິບັດຫຼັກການລວມສູນຢ່າງເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງພະນັກງານໃນທຸກລຸ້ນຕາມແຜນກຳນົດ, ສ້າງພະນັກງານສືບທອດປ່ຽນແທນ, ເປັນເສນາທິການປະສານງານທີ່ດີ ແລະ ເປັນເສນາທິການຜູ້ບໍລິການຮັບໃຊ້ທີ່ດີ.
ນອກນັ້ນ, ຍັງຕ້ອງໄດ້ຄົ້ນຄວ້າປັບປຸງພາລະບົດບາດວຽກງານການໂຄສະນາເປັນຕົ້ນແມ່ນ ທາງໜັງສືພິມ, ເວບໄຊ ແລະ ສື່ສັງຄົມອອນລາຍ ໃຫ້ມີຄວາມເຂັ້ມແຂງ, ເນື້ອໃນຄົບຖ້ວນເພື່ອໃຫ້ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ໃຫ້ເກີດມີຄວາມສົນໃຈເພີ່ມຂຶ້ນ. ພ້ອມນັ້ນຍັງຕ້ອງໄດ້ນຳພາວຽກງານ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງກະຊວງການເງິນ, ປົກປັກຮັກສາຊັບສິນສ່ວນລວມ, ນຳພາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊຸກຍູ້ການເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ສ້າງໃຫ້ໄດ້ວຽກດີຄົນເດັ່ນ ແລະ ອື່ນໆ

