ຍີ່ປຸ່ນພົບກໍລະນີ ຜູ້ປ່ວຍໂຄວິດ ເຊື່ອມໂຍງກັບ ໂອລິມປິກເພີ່ມ

ຍີ່ປຸ່ນພົບກໍລະນີຜູ້ປ່ວຍໂຄວິດ-19 ເຊື່ອມໂຍງກັບການແຂ່ງຂັນໂຕກຽວໂອລິມປິກແລ້ວ 148 ຄົນ ກັງວົນໂຄວິດລະບາດຕໍ່ເນື່ອງ, ແມ່ນຈະຄຸມເຂັ້ມມາດຕະການປ້ອງກັນໂຣກແລ້ວກໍຕາມ.
ສຳນັກຂ່າວ ເອັນເອຟເຄ ລາຍງານວ່າ ຄະນະຜູ້ຈັດການແຂ່ງຂັນໂຕກຽວໂອລິມປິກພົບຜູ້ປ່ວຍໂຄວິດ-19 ເພີ່ມອີກ 16 ຄົນ ເຮັດໃຫ້ຕົວເລກຜູ້ປ່ວຍໂຄວິດ-19 ທີ່ເຊື່ອມໂຍງກັບການຈັດການແຂ່ງຂັນໂອລິມປິກນັບຕັ້ງແຕ່ວັນທີ 1 ກໍລະກົດນັ້ນ ພຸ່ງຂຶ້ນເປັນ 148 ຄົນ ໃນຈຳນວນຜູ້ຕິດໃໝ່ນີ້ ມີ 3 ຄົນເປັນນັກກີລາຕ່າງຊາດ, ນອກຈາກນີ້ຍັງພົບເຈົ້າໜ້າທີ່ຕ່າງຊາດຕິດໂຄວິດ-19 ຕື່ມອີກ ແຕ່ຍັງບໍ່ທັນມີການເປີດເຜີຍຂໍ້ມູນຂອງຜູ້ປ່ວຍ.
ຂະນະດຽວກັນເຈົ້າໜ້າທີ່ຕຳຫຼວດໃນນະຄອນໂຕກຽວຍັງພົບວ່າມີເຈົ້າໜ້າທີ່ຈຳນວນ 9 ຄົນທີ່ເຮັດໜ້າທີ່ຮັກສາຄວາມປອດໄພໃນການແຂ່ງຂັນຕິດໂຕວິດ-19 ທ່າມກາງຄວາມກັງວົນວ່າອາດຈະເກີດການແພ່ເຊື້ອຢ່າງຕໍ່ເນື່ອງ ຫຼັງຈາກນີ້, ເຖີງແມ່ນວ່າຈະມີມາດຕະການປ້ອງກັນການແພ່ລະບາດຢ່າງເຂັ້ມງວດກໍຕາມ ຂະນະທີ່ຊາວຍີ່ປຸ່ນບາງສ່ວນຍັງກັງວົນວ່າການທີ່ມີນັກເດີນທາງຕ່າງຊາດເຂົ້າມາຮ່ວມການແຂ່ງຂັນເປັນຈຳນວນຫຼາຍນັ້ນ ອາດຈະເປັນການຊໍ້າເຕີມ ສະຖານະການແພ່ລິບາດຂອງໂຄວິດ-19 ໃນນະຄອນຫຼວງໂຕກຽວທີ່ລະບົບສາທາລະນະສຸກຢູ່ໃນສະພາວະທີ່່ເຄັ່ງຕືງໃນຂະນະນີ້.
ແຫຼ່ງຂ່າວ: NHK, Kyodo, Aljazeera

