ນ້ຳຖ້ວມຊຸຢູ່ ເມືອງເມິງ ແຂວງບໍ່ແກ້ວ ເຮັດໃຫ້ເສັ້ນທາງຖືກຕັດຂາດ ແລະ ເສົາໄຟຟ້າຫັກລົ້ມ

ຕາມການລາຍງານຂອງສື່ມວນຊົນ ເມືອງເມິງ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ເບື້ອງຕົ້ນວ່າ: ຕອນເຊົ້າວັນທີ 21 ກໍລະກົດ 2021 ນີ້, ເນື່ອງຈາກຝົນຕົກໜັກຫລາຍວັນຕິດຕໍ່ກັນ ໄດ້ເຮັດໃຫ້ນ້ຳນອງຖ້ວມເສັ້ນທາງຫລາຍບ່ອນ, ເສັ້ນທາງຖືກຕັດຂາດ, ນ້ຳນອງຖ້ວມນາຂອງປະຊາຊົນຫລາຍຈຸດຢູ່ພາຍໃນເມືອງ, ຮ້າຍແຮງໄປກວ່ານັ້ນແມ່ນມີເສັ້ນທາງຂາດບາງຈຸດຍ້ອນຖືກນ້ຳຖ້ວມຊຸ ເສັ້ນທາງແຕ່ເມືອງເມິງ ຫາ ຫ້ວຍຊາຍ ເຂດບ້ານປຸ່ງຜາ ຫາ ບ້ານ ຫົວນ້ຳຄາ,ເສົາໄຟ້າຫັກລົ້ມບາງຈຸດ ໃນເສັ້ນທາງແຕ່ເມືອງເມິງ ຫາ ກຸ່ມບ້ານຊຽງດາວ ເຮັດໃຫ້ໄຟຟ້າດັບບໍ່ມີກະແສໄຟຟ້າໃຊ້ຫລາຍຊົ່ວໂມງ.

ສ່ວນຂໍ້ມູນຜົນກະທົບອື່ນໆ ແລະ ຜົນເສຍຫາຍ ແມ່ນລໍຖ້າໃຫ້ພາກສ່ວນກ່ຽວຂ້ອງລົງເກັບກໍາຂໍ້ມູນຕົວຈິງແລ້ວຈະລາຍງານໃຫ້ຮູ້ອີກຕື່ມພາຍຫລັງ.