6 ເດືອນຕົ້ນປີ 2021 ຂອງນະຄອນຫຼວງວຽງຈັນ ເກັບລາຍຮັບໄດ້ 2.154,21 ຕື້ກີບເທົ່າກັບ 42,28%

ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ລາຍງານເນື່ອງໃນໂອກາດການລົງເຮັດວຽກ ຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໃນວັນທີ 19 ກໍລະກົດ 2021 ນີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດຶອນຕົ້ນປີ 2021 ຂອງນະຄອນຫຼວງວຽງຈັນ ຜ່ານການຈັດຕັ້ງປະຕິບັດແຕ່ວັນທີ 1 ມັງກອນຫາວັນທີ 30 ມິຖຸນາ 2021 ແຜນການປີທັງໝົດ 5.094,86 ຕື້ກີບປະຕິບັດໄດ້ 2.154,21 ຕື້ກີບເທົ່າກັບ 42,28% ຂອງແຜນການປີ, ວຽກງານຄຸ້ມຄອງລາຍຈ່າຍແຜນການປີ 705,37 ຕື້ກີບປະຕິບັດໄດ້ 231,29 ຕື້ກີບ ເທົ່າກັບ 32,79%; ຄາດໝາຍສູ້ຊົນ 6 ເດືອນທ້າຍປີ, ດ້ານຕົວເລກລາຍຮັບສູ້ຊົນໃຫ້ໄດ້ 2.269,17 ຕື້ກີບເທົ່າກັບ 44,54% ແລະ ຄາດຄະເນໝົດປີໃຫ້ໄດ້ 4.423,38 ຕື້ກີບເທົ່າກັບ 86,82% ຂອງແຜນການປີ (5.094,86 ຕື້ກີບ) ດ້ານຕົວເລກລາຍຈ່າຍ ແຜນຄາດຄະເນລາຍຈ່າຍທັງໝົດປະຕິບັດໃຫ້ໄດ້ 473,48 ຕື້ກີບ ເທົ່າກັບ 67,13% ແລະ ຄາດຄະເນລາຍຈ່າຍໝົດປີໃຫ້ໄດ້ 704,77 ຕື້ກີບ ເທົ່າກັບ 99,92% ຂອງແຜນການປີ (705,37 ຕື້ກີບ).
ນະທີ່ບັນຍາກາດຂອງກອງປະຊຸມພາຍຫຼັງທ່ານເຈົ້າຄອງເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ຮັບຟັງການລາຍງານ ແລະ ການປະກອບຄຳຄິດຄຳເຫັນຂອງພາກສ່ວນຕ່າງໆ ແລະ ທ່ານໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດແຜນງົບປະມານ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕົວເລກຄາດໝາຍທີ່ກຳນົດໄວ້.

