ອູຣູກວາຍເລີ່ມຂາຍກັນຊາຖືກກົດໝາຍ ເປັນບ່ອນທຳອິດໃນໂລກ
ອູຣູກວາຍເປັນປະເທດທຳອິດໃນໂລກທີ່ມີກົດໝາຍຮັບຮອງການຂາຍກັນຊາ, ແຕ່ການຊື້ຂາຍຍັງຕ້ອງຢູ່ພາຍໃຕ້ການຄວບຄຸມຢ່າງເຂັ້ມງວດຂອງລັດຖະບານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມອນເຕວິເດໂອ ປະເທດອູຣູກວາຍ ໃນວັນທີ 19 ກໍລະກົດນີ້ວ່າ: ຮ້ານຈຳໜ່າຍຢາ 16 ແຫ່ງທຳອິດທີ່ໄດ້ຮັບໃບອະນຸຍາດຈຳໜ່າຍກັນຊາຈາກລັດຖະບານອູຣູກວາຍ ເລີ່ມການຈຳໜ່າຍກັນຊາໃຫ້ແກ່ຜູ້ບໍລິໂພກໂດຍກົງ ໃນວັນທີ 19 ກໍລະກົດ, ພາຍຫລັງກົດໝາຍເຊິ່ງຜ່ານຄວາມເຫັນພ້ອມຂອງລັດຖະບານໃນປີ 2013 ມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນດັ່ງກ່າວ ຖືເປັນປະເທດທຳອິດໃນໂລກທີ່ອະນຸຍາດໃຫ້ມີການຊື້ຂາຍກັນຊາເພື່ອການສັນທະນາການພາຍໃຕ້ການຄວບຄຸມຂອງລັດ.
ທັງນີ້ ພົນລະເມືອງອູຣູກວາຍທີ່ຈະສາມາດຊື້ກັນຊາໄດ້ຕ້ອງມີອາຍຸບໍ່ຕໍ່າກວ່າ 18 ປີ ແລະ ຕ້ອງລົງທະບຽນເພື່ອຢືນຢັນຕົວຕົນຢ່າງລະອຽດ ພ້ອມຈ້ຳໂປ, ຜູ້ບໍລິໂພກສາມາດຊື້ກັນຊາທີ່ມີໃຫ້ເລືອກ 2 ປະເພດ ຄືແອລຟາ ວັນ ແລະ ເບຕ້າ ວັນ ສູງສຸດບໍ່ເກີນ 10 ກຣາມຕໍ່ອາທິດ ແລະ ຕ້ອງບໍ່ເກີນເດືອນລະ 40 ກຣາມ, ສ່ວນລາຄາຈຳໜ່າຍກັນຊາໃຫ້ເປັນຕາມມາດຕະຖານດຽວກັນຕາມຂໍ້ກຳນົດຂອງລັດຖະບານ ຄື 1 ຊຸດມີ 5 ກຣາມ ລາຄາ 187 ເປໂຊອູຣູກວາຍ (ປະມານ 50 ພັນກີບ).
ຂະນະທີ່ລາຍງານຂອງສະຖາບັນເບິ່ງແຍງ ແລະ ຄວບຄຸມກັນຊາແຫ່ງຊາດຂອງອູຣູກວາຍ (IRCC) ສະແດງຄວາມຫວັງວ່າ: ການເປີດໂອກາດໃຫ້ປະຊາຊົນສາມາດຊື້ກັນຊາໄດ້ຢ່າງເສລີຫລາຍຂຶ້ນ ຈະຊ່ວຍຫລຸດອັດຕາການຄ້າຢາເສບຕິດໃນປະເທດ ເນື່ອງຈາກກົດໝາຍຍັງອະນຸຍາດໃຫ້ປະຊາຊົນສາມາດປູກຕົ້ນກັນຊາໄດ້ເອງພາຍໃນເຄຫາສະຖານ, ແຕ່ຕ້ອງເປັນສາຍພັນຕາມທີ່ລັດຖະບານກຳນົດ ໂດຍສາມາດປູກໄດ້ສູງສຸດ 6 ຕົ້ນ ແລະ ຖ້າຕ້ອງການນຳຜົນຜະລິດທີ່ໄດ້ມາເສບນອກເຂດບ່ອນຢູ່ອາໄສ ຕ້ອງເສບໃນບໍລິເວນທີ່ລັດຖະບານກຳນົດເທົ່ານັ້ນ ຄືໃຊ້ພື້ນທີ່ດຽວກັບເຂດສູບຢາໃນຮ້ານອາຫານ, ປ້າຍລົດປະຈຳທາງ ແລະ ຫ້ອງສູບຢາຕາມສະຖານີລົດໄຟ, ຫ້າມສູບໃນສະຖານທີ່ລາຊະການ, ໂຮງໝໍ, ບໍລິສັດ ແລະ ຫ້າງຮ້ານເດັດຂາດ.

