ແຂວງຫົວພັນ ຈູດທຳລາຍຊິ້ນສ່ວນສັດປ່າທີ່ຢຶດໄດ້ຈາກນັກລ່າຜິດກົດໝາຍ

ໃນວັນທີ 13 ກໍລະກົດ 2021 ທີ່ຜ່ານມາ ຢູ່ກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໄດ້ຈັດພິທີທໍາລາຍຊາກ-ຊີ້ນສັດປ່າ ທີ່ຢຶດໄດ້ຈາກນັກລ່າສັດປ່າ ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊາກ-ຊີ້ນສັດປ່າທີ່ຢຶດໄດ້ ແລະ ທໍາລາຍ ໃນຄັ້ງນີ້ມີຫຼາຍຊະນິດເຊັ່ນ: ຊິ້ນສ່ວນໝູປ່າ, ເຍືອງ, ບ່າງ, ເຫງັນ, ກະຮອກ, ໜູປ່າ ແລະ ປາ ລວມນໍ້າໜັກທັງໝົດ 76,9 ກິໂລກຣາມ.
ພາກສ່ວນເຂົ້າຮ່ວມພິທີມີ: ກົມກວດກາປ່າໄມ້, ກອງກວດກາປ່າໄມ້ແຂວງຫົວພັນ, ອົງການປົກຄອງເມືອງຮ້ຽມ, ພະນັກງານກອງຄຸ້ມຄອງອຸທະຍານ ແລະ ອົງການອະນຸລັກສັດປ່າ.

