ຜູ້ລະເມີດແຈ້ງການ ເລກທີ 1018 ຈະຖືກປັບໃໝ 10-30 ລ້ານກີບ ແລະ ນຳຕົວໄປດຳເນີນຄະດີຕາມກົດໝາຍ

ໃນວັນທີ 13 ກໍລະກົດ 2021, ຫ້ອງວ່າການແຂວງສະຫວັນນະເຂດໄດ້ອອກແຈ້ງການເລກທີ່ 1018/ຫວຂ,ສຂ ເພື່ອສືບຕໍ່ເພີ່ມທະວີການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂດວິດ-19 ໃຫ້ເຂັ້ມງວດ, ມີປະສິດທິພາບ ແລະ ຮັບປະກັນບໍ່ໃຫ້ເກີດລະບາດອີກຮອບໃໝ່ຢູ່ໃນຊຸມຊົນທົ່ວແຂວງສະຫວັນນະເຂດ, ຄະນະສະ ເພາະກິດຂັ້ນແຂວງມີຄວາມຈໍາເປັນອອກມາດຕະການເພີ່ມເຕີມດັ່ງນີ້:

- ໃຫ້ເຈົ້າໜ້າທີ່ ປກສ ກໍາລັງຕັ້ງຈຸດກວດກາຜູ້ເດີນທາງເຂົ້າ-ອອກແຂວງສະຫວັນນະເຂດ ຕາມຈຸດຕ່າງໆດັ່ງນີ້:
- ຈຸດທີ 1: ເຊບັ້ງນວນ;
- ຈຸດທີ 2: ຊາບແດນມືອງ ທ່າປາງທອງ ຫາ ເມືອງຕຸ້ມລານ ແຂວງສາລະວັນ;
- ຈຸດທີ 3: ຂົວເຊບັ້ງໄຟ ເສັ້ນທາງເລກທີ່ 13
- ຈຸດທີ 4: ຂົວຂ້າມເຊບັ້ງໄຟລະຫວ່າງເມືອງໄຊບູລີ ຫາ ເມືອງໜອງບົກ ແຂວງຄໍາມ່ວນ;
ຜູ້ທີ່ຈະເດີນທາງຜ່ານ ຫລື ເຂົ້າມາແຂວງ ສະຫວັນນະເຂດຈະຕ້ອງມີໃບອະນຸຍາດເດີນທາງຈາກຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນແຂວງຕົ້ນທາງ ແລະ ມີບັດຢັ້ງຢືນສັກວັກຊີນຄົບ 2 ເຂັ້ມ ຈຶ່ງສະນຸຍາດເດີນທາງເຂົ້າມາໄດ້;
- ໃຫ້ເຈົ້າໜ້າ ປກສ ນະຄອນ, ເມືອງ ແລະ ອໍານາດການປົກຄອງທ້ອງຖິ່ນປະຕິບັດມາດຕະການປັບໃໝ ແລະ ດໍາເນີນຄະດີຕໍ່ບຸກຄົນທີ່ລະເມີດແຈ້ງການວ່າດ້ວຍມາດຕະການຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ລວມໄປເຖິງ ຜູ້ປະກອບການທີ່ລະເມີດເປີດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ (ທີ່ມີທາດເຫລົ້າ), ຮ້ານບໍລິການນວດສະປາທຸກປະເພດ, ຮ້ານສະໜຸກເກີ, ຮ້ານອິນເຕີເນັດ ແລະ ຮ້ານຕາມທຸກປະເພດໃນທົ່ວແຂວງສະຫວັນນະເຂດ;
- ຄັ້ງທີ 1 ແມ່ນໃຫ້ປັບໃໝ 10,000,000 ກີບ (ສິບລ້ານກີບ) ພ້ອມທັງໂຈະການດໍາເນີນກິດຈະການເປັນການຊົ່ວຄາວ ພ້ອມທັງນໍາຕົວເຈົ້າຂອງຮ້ານໄປສຶກສາອົບຮົມ 48 ຊົ່ວໂມງ;
- ຖ້າຍັງສືບຕໍ່ລະເມີດແມ່ນໃຫ້ປັບໃໝ 000.000 ກີບ (ສາມສິບລ້ານກີບ) ແລະ ຖອນໃບອະນຸຍາດດໍາເນີນກິດຈະການຢ່າງຖາວອນ, ພ້ອມທັງນໍາຕົວເຈົ້າຂອງຮ້ານໄປດໍາເນີນຄະດີຕາມກົດຫມາຍ;
- 3. ມອບໃຫ້ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຕ່າງໆ ສືບຕໍ່ໂຄສະນາປະຊາສໍາພັນໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງເພີ່ມທະວີຄວາມເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ;
- ມອບໃຫ້ກອງບັນຊາການ ປກຊ, ປກສ ແລະ ອົງການປົກຄອງນະຄອນ-ເມືອງ, ນາຍບ້ານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນພ້ອມກັນເປັນເຈົ້າການຕິດຕາມກວດກາ ແລະ ລາດຕາເວນ, ຈຸດທີ່ຫລໍ່ແຫລມທີ່ອາດມີແຮງງານລັກລອບເຂົ້າມາແບບຜິດກົດໝາຍ (ພິເສດແມ່ນບັນດາເມືອງທີ່ມີຊາຍແດນຕິດກັບຕ່າງປະເທດ) ແລະ ຈັດຕັ້ງປະຕິບັດມາດຕະການທີ່ກໍານົດໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ, ຖ້າພົບເຫັນມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດແມ່ນໃຫ້ລາຍງານຂັ້ນເທິງຊາບໃນເວລາອັນຄວນ;
- ແຈ້ງການສະບັບນີ້ມີຜົນສັກສິດ ນັບແຕ່ວັນທີ 13-20 ກໍລະກົດ 2021;

