ກະຊວງສຶກສາທິການ ແລະ ກິລາ ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບປີສຸດທ້າຍ ສົກສຶກສາ 2020-2021

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການສະບັບເລກທີ 618/ສສກ ລົງໃນວັນທີ 4 ກໍລະກົດ 2021 ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 5-19 ກໍລະກົດ 2021 ຂອງຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ.
ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:
- ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ ເພີ່ມທະວິປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ແຈ້ງການຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດນັບແຕ່ວັນທີ 5-19 ກໍລະກົດ 2021;
- ສໍາລັບແຂວງໃດທີ່ບໍ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ ເຊິ່ງບໍ່ທັນໄດ້ເປີດການຮຽນ-ການສອນ ໃຫ້ເປີດການຮຽນ-ການສອນຄືນທຸກຊັ້ນ, ທຸກສາຍ, ໂຮງຮຽນສຶກສາພິເສດ ລວມທັງໂຮງຮຽນກິນນອນຊົນເຜົ່າ, ພ້ອມກັນນີ້ໃຫ້ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ, ຖ້າຫາກສະຖານການສຶກສາໃດບໍ່ສາມາດປະຕິບັດມາດຕະການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປໃຫ້ນັກຮຽນ-ນັກສຶກສາ ນັ່ງຄົນລະໂຕະ, ຖ້າຫາກບໍ່ສາມາດປະຕິບັດໄດ້ແມ່ນໃຫ້ປ່ຽນກັນໄປຮຽນພາກເຊົ້າພາກບ່າຍ ຫລື ຜັດປ່ຽນກັນຮຽນເປັນວັນ;
- ສໍາລັບການສຶກສາກ່ອນໄວຮຽນໃນແຂວງທີ່ບໍ່ມີການລະບາດໃນຊຸມຊົນສາມາດເປີດຮຽນຄືນໄດ້ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ປະຕິບັດມາດຕະການປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ, ພ້ອມທັງຮັບປະກັນວ່າຜູ້ດູແລເດັກ, ຄູສອນ, ຜູ້ບໍລິຫານ ແລະ ພະນັກງານຂອງສະຖານການສຶກສາດັ່ງກ່າວນັ້ນໄດ້ຮັບການສັກວັກຊີນປ້ອງກັນພະຍາດ COVID-19 ຄົບສອງເຂັມ;
- ສໍາລັບນະຄອນຫລວງວຽງຈັນ ແມ່ນໃຫ້ສືບຕໍ່ປິດການຮຽນ-ການສອນທຸກຊັ້ນທຸກສາຍ ແລະ ທຸກຂັ້ນຮຽນ ໃນສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ ຍົກເວັ້ນປີສຸດທ້າຍ ຂອງສາຍອາຊີວະສຶກສາ, ການສຶກສາຄູ, ວິທະຍາໄລ ແລະ ມະຫາວິທະຍາໄລ ສາມາດເປີດການຮຽນ-ການສອນໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ; ລາຍລະອຽດມອບໃຫ້ກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ກົມສ້າງຄູ, ກົມກິລາມວນຊົນພະລະ ແລະ ສິລະປະສຶກສາ, ກົມກິລາລະດັບສູງ ແລະ ສູນສົ່ງເສີມການສຶກສາຮຽນຮ່ວມອອກຄຳແນະນໍາສະເພາະ ແລະຕິດຕາມການປະຕິບັດຕົວຈິງ;
- ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ທີ່ໄດ້ເປີດຮຽນຄືນສືບຕໍ່ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຄະນະພັດທະນາການສຶກສາຂັ້ນເມືອງ ແລະ ຂັ້ນບ້ານ ປູກລະດົມພໍ່ແມ່-ຜູ້ປົກຄອງນັກຮຽນ ໃຫ້ສົ່ງລູກຫລານຂອງຕົນກັບເຂົ້າມາຮຽນຄືນໃຫ້ຄົບຕາມຫລັກສູດ, ພ້ອມທັງເກັບກໍາສະຖິຕິຈໍານວນນັກຮຽນທີ່ບໍ່ມາເຂົ້າຮຽນພື້ນ ແລະ ຂາດການສອບເສັງຈົບຊັ້ນ ປ.5 ໃນແຂວງຂອງຕົນ ແລະ ສັງລວມສົ່ງໃຫ້ກະຊວງ;
- ສືບຕໍ່ອະນຸຍາດໃຫ້ຍ່າງອອກກໍາລັງກາຍຕາມສະຖານທີ່ຕ່າງໆ ແລະ ຫລິ້ນກິລາກາງແຈ້ງປະເພດທີ່ຮ່າງກາຍບໍ່ສໍາພັດກັນ;
7. ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໃຫ້ເຈົ້າຂອງກິດຈະການສະເໜີຜ່ານ ຂະແໜງການສຶກສາ ແລະ ກິລາ ເພື່ອຂໍອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ສະເພາະ ຢູ່ນະຄອນຫລວງວຽງຈັນໃຫ້ເຈົ້າຂອງກິດຈະການສະເໜີຫາຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ເພື່ອຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ, ພ້ອມນີ້ ໃຫ້ເຈົ້າຂອງກິດຈະການສະເໜີມາດຕະການໃນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດຢ່າງເຂັ້ມງວດ, ເພື່ອເປັນບ່ອນອີງໃຫ້ຂະແໜງການ ສຶກສາ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ກ່ອນອະນຸຍາດ ແລະ ຕິດຕາມການຈັດຕັ້ງປະຕິບັດຕົວຈິງ ພາຍຫລັງເປີດບໍລິການ;
8. ພາຍຫລັງຍ່າງອອກກໍາລັງກາຍ, ຫລິ້ນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດຫ້າມດື່ມສິ່ງມຶນເມົາ ຫລື ຊຸມແຊວທຸກຮູບແບບໃນສະຖານທີ່ອອກກໍາລັງກາຍ ແລະ ສະຖານທີ່ຫລິ້ນກິລາທຸກປະເພດ ຢ່າງເດັດຂາດ;
9. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສໍາມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ ເປັນຕົ້ນ: ວັດແທກ ອຸນຫະພູມ, ຮັກສາໄລຍະຫ່າງ 1 ແມັດ ຂຶ້ນໄປ, ໃສ່ຜ້າອັດປາກ-ດັ່ງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມື;
10. ໃນກໍລະນີຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ພະນັກງານລັດຖະກອນ ຜູ້ທີ່ຈະໄປເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງແຂວງ/ນະຄອນຫລວງວຽງຈັນ ຈະຕ້ອງໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບສອງເຂັມ ໂດຍບໍ່ຕ້ອງຂໍອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົ້ນ, ສໍາລັບຜູ້ທີ່ບໍ່ໄດ້ສັກຢາວັກຊີນ ຫລື ສັກຢາ ວັກຊີນບໍ່ຄົບ 2 ເຂັມ ແຕ່ມີຄວາມຈໍາເປັນໃນການເດີນທາງ ຈະຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນຂອງຕົນ ແຕ່ຕ້ອງປະຕິບັດມາດຕະການຂອງຄະນະສະເພາະກິດຂອງແຂວງ/ນະຄອນຫລວງວຽງຈັນ ທີ່ຕົນໄປເຄື່ອນໄຫວຢ່າງເຂັ້ມງວດ;
11. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ແລະ ພະນັກງານ-ລັດຖະກອນພາຍໃນຂະແໜງການສຶກສາ ແລະ ກິລາ ທຸກຄົນມາປະຈໍາການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ-ມີເຈວລ້າງມືຢູ່ທາງເຂົ້າສໍານັກງານຫ້ອງການ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ ແລະ ລ້າງມືດ້ວຍນ້ຳສະອາດໃສ່ສະບູ ເປັນປົກກະຕິ;
12. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງວຽງຈັນ ສືບຕໍ່ປຸກລະດົມອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການ, ພໍ່ແມ່-ຜູ້ປົກຄອງ ແລະ ຊຸມຊົນ ເພື່ອປະກອບສ່ວນສະໜອງຜ້າອັດປາກ-ດັ່ງ, ສະບູ ຫລື ເຈວລ້າງມື ແລະ ເຄື່ອງວັດແທກອຸນຫະພູມ ໃຫ້ສະຖານການສຶກສາ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
13. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ລະມັດລະວັງໃນການຮັບຂໍ້ມູນຂ່າວສານຈາກສື່ສັງຄົມອອນລາຍ ໂດຍສະເພາະແມ່ນຂ່າວປອມ ຫ້າມບໍ່ໃຫ້ເຜີຍແຜ່ ຫລື ແຊຕໍ່ຢ່າງເດັດຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ; ສໍາລັບຂໍ້ມູນ ຂ່າວສານການສຶກສາ ແລະ ກິລາ ໃຫ້ຕິດຕາມຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຕາຫ້ອງການກະຊວງສຶກສາທິການ ແລະ ກິລາ, ຈຸດປະສານງານຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໂທ/ແຟັກ: 021 254702 ຫລື whatsapp 020 22475550, 020 54922051, ອີເມວ: mges@moes.edu.la ;
14. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດປົກກະຕິ ນັບແຕ່ ວັນທີ 5 ກໍລະກົດ 2021 ເຖິງ ເວລາ 24:00 ໂມງ ຂອງ ວັນທີ 19 ກໍລະກົດ ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

