6 ເດືອນຕົ້ນປີ 2021 ລາວ ມີມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າໂດຍຜ່ານແດນ ສສ ຫວຽດນາມ ປະມານ 314 ລ້ານໂດລາສະຫະລັດ

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2021  ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານແດນ ສສ ຫວຽດນາມ ທັງໝົດປະມານ 314 ລ້ານໂດລາສະຫະລັດ, ມູນຄ່າການສົ່ງອອກສິນຄ້າທັງໝົດປະມານ 216 ລ້ານໂດລາສະຫະລັດ, ໃນນັ້ນສິນຄ້າທີ່ສົ່ງອອກຫຼັກ ຄື: ແຮ່ທອງເຂັ້ມຂຸ້ນ ມູນຄ່າປະມານ 115 ລ້ານໂດລາສະຫະລັດ, ແຮ່ຄໍາເຂັ້ມຂຸ້ນ ປະມານ 10 ລ້ານໂດລາສະຫະລັດ, ແຜ່ນທອງແດງ ປະມານ 52 ລ້ານໂດລາສະຫະລັດ, ແຮ່ເຫຼັກ ມີ ປະມານ 39 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ຄົວເຮືອນທົ່ວໄປ ມີມູນຄ່າປະມານ 5 ພັນ ໂດລາສະຫະລັດ. ຄິດໄລ່ເປັນຈໍານວນການນ້ຳໜັກລວມການສົ່ງອອກທັງໝົດແມ່ນມີປະມານ 480,000 ໂຕນ.

ສຳລັບມູນຄ່າການນໍາເຂົ້າສິນຄ້າທັງໝົດປະມານ 98 ລ້ານໂດລາສະຫະລັດ, ສິນຄ້າທີ່ມີນໍາເຂົ້າຫຼັກ ຄື: ເຍື່ອໄມ້ ແລະ ເສດເຈ້ຍ ເພື່ອຜະລິດເປັນສິນຄ້າໃໝ່ ລວມມູນຄ່າປະມານ 96 ລ້ານໂດລາສະຫະລັດ ແລະ ແຮ່ອາລູມີນຽມ ລວມມູນຄ່າປະມານ 2 ລ້ານໂດລາສະຫະລັດ. ໃນນັ້ນ, ຄິດໄລ່ເປັນຈໍານວນການນ້ຳໜັກລວມການສົ່ງອອກທັງໝົດແມ່ນມີປະມານ 390,000 ໂຕນ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກໂດຍຜ່ານຊາຍແດນ ສສ ຫວຽດນາມຄື: ຈີນ ມີມູນຄ່າປະມານ 101 ລ້ານໂດລາສະຫະລັດ, ອິນເດຍ 115 ລ້ານໂດລາສະຫະລັດ ແລະ ຮົງກາລີ 5 ພັນ ໂດລາສະຫະລັດ.

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າໂດຍຜ່ານແດນ ສສ ຫວຽດນາມ ຄື: ສະຫະລັດອາເມລິກາ ມູນຄ່າປະມານ 78 ລ້ານໂດລາສະຫະລັດ, ການາດາ 12 ລ້ານໂດລາສະຫະລັດ ແລະ ສ ເກົາຫລີ 3 ລ້ານໂດລາສະຫະລັດ.