ລະວັງ! ໜັງຄວາຍນຳເຂົ້າຜິດກົດໝາຍ ອາດອັນຕະລາຍຕໍ່ສຸຂະພາບ

ພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ໃນວັນທີ 25 ມິຖຸນາ 2021, ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ທໍາລາຍສິນຄ້າຫ້າມນໍາເຂົ້າບໍ່ຖືກຕ້ອງປະເພດໜັງຄວາຍ ລວມມີ 99 ເປົ໋າ, ນໍ້າໜັກທັງໝົດ 5.130 ກິໂລກຣາມ, ຢູ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ສິນຄ້າດັ່ງກ່າວແມ່ນສິນຄ້າທີ່ ລັກລອບຂົນສົ່ງນໍາເຂົ້າໜັງຄວາຍມາຈາກປະເທດຫວຽດນາມ ໂດຍບໍ່ຖືກຕ້ອງມາທາງ ເຂດບ້ານດົງສ້າງຫີນ ເມືອງໄຊທານີ ນວ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມ, ກວດກາພົບເຫັນລົດຄັນດັ່ງກ່າວ ແກ່ເຄື່ອງປະເພດໜັງຄວາຍແຫ້ງ ແລະ ໜັງຄວາຍດິບ ທີ່ລະເມີດລະບຽບການກ່ຽວກັບລະບອບພາສີອາກອນຂອງລັດ ທີ່ກຳນົດໄວ້ໃນປະມວນກົດໝາຍອາຍາມາດຕາ 294 ທີ່ກໍານົດໄວ້ວ່າ: ການລັກລອບນໍາເຂົ້າ, ສົ່ງອອກຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຜ່ານ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລະເມີດຕໍ່ແຈ້ງການຂອງກົມລ້ຽງສັດ ແລະ ການປະມົງ ວ່າດ້ວຍການຫ້າມນໍາເຂົ້າຊົ່ວຄາວສັດໃຫຍ່ ປະເພດງົວ-ຄວາຍ ແລະຜະລິດຕະພັນຈາກສັດໃຫຍ່ ສະບັບເລກທີ 1227/ກລປ ລົງວັນທີ 31 ພຶດສະພາ 2021.

