ຊົມເຊີຍການໄປຢ້ຽມຢາມ ສສ ຫວຽດນາມ ຂອງການນຳສູງສຸດພັກ-ລັດຖະບານ ສປປ ລາວ

ໂດຍ: ທິດກໍ່າ

ໃນວັນທີ 28-29 ມິຖຸນາ 2021 ທີ່ຈະມາເຖິງອັນໃກ້ໆນີ້, ຄະນະຜູ້ແທນຂັ້ນສູງສຸດຂອງພັກ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ. ໃນການໄປຢ້ຽມຢາມຄັ້ງນີ້ ແມ່ນໂດຍການຕອບສະໜອງຕາມຄຳເຊີນຂອງສະຫາຍ ຫງຽວນ ຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນ ຊວນ ຟຸກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ.

ຜູ້ນຳໜ້າພາທາງຂອງຄະນະຜູ້ແທນຂັ້ນສູງສຸດຝ່າຍ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ໂດຍແມ່ນສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ຕິດຕາມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງພ້ອມພຽງ.
ສ່ວນວ່າຈຸດປະສົງເປົ້າໝາຍອັນຫລັກໆລວມຍອດໃນການໄປຢ້ຽມຢາມຄັ້ງນີ້ກໍເພື້ອການຮ່ວມມືທາງດ້ານການເມືອງ, ເສດຖະກິດ-ສັງຄົມ ນັບທັງໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ນັບມື້ໜັກແໜ້ນໝັ້ນຄົງ ແລະ ຍາວນານຕະຫລອດໄປ.

ເວົ້າເຖິງການຮ່ວມມືລະຫວ່າງສອງພັກ, ສອງລັດ ລະຫວ່າງ ລາວ ແລະ ຫວຽດນາມ ໃນປະຫວັດສາດຜ່ານມາເຖິງປັດຈຸບັນແມ່ນມາກມາຍເຫລືອຫລາຍຈົນບໍ່ສາມາດເລົ່າເຫດການໄດ້ຢ່າງກິໆກີໆ, ແຕ່ອັນສຳຄັນທີ່ແນ່ນອນ ຄືສອງປະເທດໄດ້ແຮກສ່ຽວກັນເປັນເພື່ອນມິດແບບພິເສດທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື. ຖ້າຈະໄລ່ແຕ່ຍຸກປະຫວັດສາດຜ່ານມາ ແມ່ນແຕ່ສະໄໝເຈົ້າອານຸວົງຈົນມາຮອດຍຸກພາກັນຕີຕ້ານຈັກກະພັດຝຣັ່ງ, ມາຕໍ່ໃສ່ຍຸກອາເມລິກາຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ລາວເຮົາກໍສາມາດປົດປ່ອຍໄດ້ທົ່ວປະເທດ. ສະຫາຍຫວຽດນາມກໍສາມາດປົດປ່ອຍໄດ້ພາກໃຕ້ຫວຽດນາມຢ່າງສົມບູນແບບ. ນີ້ຄືໝາກຜົນອັນຍິ່ງໃຫຍ່ແຫ່ງໄຊຊະນະຂອງການປະຕິວັດ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ຂອງພັກປະຊາຊົນປະຕິວັດລາວ ຜູ້ມີກຽດສະຫງ່າ ແລະ ສະຫລາດສ່ອງໃສ.

ພໍຕົກມາຮອດໄລຍະສ້າງສາ ແລະ ພັດທະນາປະເທດຊາດ ສອງປະເທດ, ສອງພັກ ແລະ ສອງລັດຖະບານຍິ່ງຄຽງບ່າຄຽງໄຫລ່ຊ່ວຍເຫລືອກັນເໝືອນດັ່ງອ້າຍນ້ອງທີ່ຮ່ວມອຸທອນດຽວກັນ. ໃນຕອນສົງຄາມຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາເຂົ້າມາຮຸກຮານ ເຂົ້າເມັດຫັດ ຜັກຍອດໜຶ່ງ ກໍບິແບ່ງປັນກັນກິນ. ຮ່ວມຂຸມຄອງອັນດຽວກັນຕີຕ້ານສັດຕູທີ່ເຂົ້າມາຮຸກຮານ ຈົນພ້ອມກັນໄດ້ຮັບໄຊຊະນະຢ່າງຍິ່ງໃຫຍ່ ແລະ ຖ້ວມທົ້ນ. ຕອນສັນຕິພາບກໍອອກແຮງຊ່ວຍເຫລືອກັນບົນຈິດໃຈເພື່ອນມິດຮ່ວມອຸດົມການໃນທຸກຂົງເຂດວຽກງານ. ຊ່ວງໄລຍະ ສປປ ລາວ ພວກເຮົາ ເຮັດພາລະກິດປົກປັກຮັກສາ ກໍຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດ, ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອຢ່າງສະເໝີຕົ້ນສະເໝີປາຍຕະຫລອດມາ ໂດຍສະເພາະແມ່ນຍາມ ສປປ ລາວ ຖືກວິກິດເຊັ່ນ: ໄພນ້ຳຖ້ວມ, ການລະບາດຂອງເຊື້ອພະຍາດໂຄວິດ-19 ສະຫາຍຫວຽດນາມກໍໄດ້ຈິງໃຈຊ່ວຍເຫລືອ ທັງວັດຖຸເງິນຄຳ ຕະຫລອດກຳລັງຄົນຢ່າງຮີບດ່ວນ. ນີ້ຄືນ້ຳໃຈອັນປະເສີດຂອງສະຫາຍຫວຽດນາມທີ່ປະຊາຊົນລາວບໍ່ລືມບຸນຄຸນ ນັບແຕ່ສະໄໝປະຫວັດສາດມາເຖິງປັດຈຸບັນ.

ຂໍໃຫ້ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສຸດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ໃນຄັ້ງນີ້ຈົ່ງປະສົບຜົນສຳເລັດຢ່າງຍີ່ງໃຫຍ່ທຸກປະການ. ພາຍຫລັງສຳເລັດການຢ້ຽມຢາມ ໜັງສືພິມ ລາວພັດທະນາ ຈະນຳເອົາຜົນສຳເລັດບາງຢ່າງມາເລົ່າສູ່ທ່ານຟັງ.