ໂຈໄບເດັນ ເລັ່ງຫາລືກັບ ປະທານສີຈີ້ນຜິງ ຂອງຈີນ ໃນລະຫວ່າງການປະຊຸມສຸດຍອດ ຈີ20

ທ່ານ ເຈດ ຊັນລີແວນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວສະຫະລັດ ເປີດເຜີຍເມື່ອວັນທີ 17 ມິຖຸນານີ້ວ່າ: ກຳລັງພິຈາລະນາຈັດການປະຊຸມ ຫຼື ໂທລະສັບຫາລືລະຫວ່າງປະທານາທິບໍດີ ໂຈໄບເດັນ ແລະ ປະທານປະເທດ ສີຈີ້ນຜີງ ຂອງຈີນ ໂດຍມີແນວໂນ້ມວ່າອາດຈະເກີດການປະຊຸມແບບຕົວຕໍ່ຕົວທີ່ການປະຊຸມສຸດຍອດກຸ່ມ ຈີ20 ທີ່ນະຄອນໂຣມ ຂອງອີຕາລີ ໃນເດືອນຕຸລາທີ່ຈະມາເຖິງ ແມ່ນຈະຍັງບໍ່ທັນມີແຜນໃດໆໃນຂະນະນີ້.
ທ່ານ ຊັນລີແວນ ຍັງລະບຸວ່າ ສະຫະລັດຈະເລີ່ມດຳເນີນການຢ່າງເໜາະສົມໃນບໍ່ດົນນີ້ ເພື່ອໃຫ້ຜູ້ນຳທັງສອງໄດ້ຫາລືກັນ ຊຶ່ງອາດເປັນການໂທລະສັບ, ການປະຊຸມນອກຮອບຂອງການປະຊຸມສຸດຍອດລະດັບນານາຊາດ ຫຼື ຢ່າງອື່ນ ໂດຍມີຈຸດມຸ່ງໝາຍເພື່ອກວດສອບຄວາມສຳພັນ ແລະ ເພື່ອໃຫ້ແນ່ໃຈວ່າຈະມີການສື່ສານໂດຍກົງລະຫວ່າງໄບເດັນ ແລະ ຜູ້ນຳຈີນ.

