3 ເດືອນຜ່ານມາ ບໍລິຄຳໄຊ ແລະ ບຶງການຮ່ວມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ 2 ຄະດີ ຢຶດຢາບ້າໄດ້ 46 ພັນເມັດ

ວັນທີ 15 ມິຖຸນາ 2021 ຜ່ານມານີ້ ໜ່ວຍປະສານງານປະຈໍາພື້ນທີ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍ ແດນ ຄັ້ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງບຶງການ ຣາຊາອານາຈັກໄທ ໂດຍຜ່ານລະບົບວີດີໂອຄອນເຟີເລັນ ໄດ້ຈັດຂຶ້ນໃນ, ທີ່ດ່ານສາກົນປາກຊັນ, ຝ່າຍລາວນຳໂດຍ ພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຮອງຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ຝ່າຍຣາຊາອານາຈັກໄທ ນຳໂດຍ ພົຕ ສົມສັກ ຄົງໄພບຸນ ຫົວໜ້າຜູ້ບັງ ຄັບການຕຳຫຼວດພູທອນແຂວງບຶງການ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບຶງການ ພ້ອມຄະນະ.

ໄລຍະ 3 ເດືອນຜ່ານມານໜ່ວຍປະສານງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄດ້ຈັດຕັ້ງພະ ນັກງານວິຊາສະເພາະລົງຕິດຕາມ, ກວດກາ, ລາດຕະເວນ ເພື່ອສະກັດກັ້ນ ແລະ ປາບປາມຢາເສບ ຕິດ, ສາມາດມ້າງຄະດີໄດ້ 2 ເລື່ອງ, ຢຶດຂອງກາງປະເພດຢາບ້າໄດ້ 46.000 ເມັດ, ກັກຜູ້ຖືກຫາໄດ້ 3 ຄົນ ຍິງ 1 ຄົນ.

ໃນຕໍ່ໜ້າ, ທັງ 2 ຝ່າຍຈະສືບຕໍ່ປະສານສົມທົບຮ່ວມມືກັນໃນການເຄື່ອນໄຫວວຽກງານວິຊາສະເພາະ, ການສືບຂ່າວ, ເກັບກໍາສະພາບ, ລົງກວດກາຈຸດຂ້າມລອຍ, ອອກກວດກາລາດຕະເວນທາງບົກ ແລະ ທາງນໍ້າຮ່ວມກັນ, ໃນກໍລະນີມີບັນຫາໃດໜຶ່ງທີ່ເກີດຂຶ້ນໃນຂອບເຂດບໍລິເວນຊາຍແດນ 2 ຝ່າຍຈະປະສານສົມທົບປຶກສາຫາລືເພື່ອພ້ອມກັນແກ້ໄຂໃຫ້ມີຄວາມເປັນເອ ກະພາບ, ຖືກຕ້ອງ, ສອດຄ່ອງບົນພື້ນຖານລະບຽບຫຼັກການ ແລະ ກົດໝາຍຂອງ 2 ປະເທດ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາອາຊະຍາກໍາຂ້າມຊາດ, ການຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍເຖື່ອນ, ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍແນໃສ່ເຮັດໃຫ້ບໍລິເວນຂອບ ເຂດຊາຍຂອງ 2 ແຂວງບໍລິຄໍາໄຊ-ບຶງການມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເລື້ອຍໆ.