ຄະນະສະເພາະກິດຮຽກຮ້ອງໃຫ້ໄປສັກວັກຊີນຕາມຕາຕະລາງ ຫາກໄປຜິດອາດບໍ່ໄດ້ຮັບວັກຊີນ

ອີງຕາມການຖະແຫລງຂ່າວຂອງທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ວັນທີ 16 ມິຖຸນາ 2021 ນີ້ໃຫຮູ້ວ່າ: ສຳລັບທ່ານໃດທີ່ຮອດກໍານົດເວລາສັກວັກຊີນເຂັມທີ 2 ຕາມແພດນັດ ໃຫ້ຮີບຮ້ອນໄປສັກ, ວັກຊີນ ອາສຕາ ແມ່ນໃຫ້ກວດເບິ່ງວັນທີສັກເຂັມ 1 ຖ້າວ່າຮອດໄລຍະ 8 ອາທິດທ່ານ ສາມາດໄປສັກສັກເຂັມທີ 2 ໄດ້ເລີຍ (ເພາະທ່ານໄດ້ຮັບວັກຊີນຄົບ 2 ໄວເຂັ້ມຮ່າງກາຍກໍຈະມີ ການສ້າງພູມຄຸ້ມກັນໄດ້ເຕັມສ່ວນໄວ)
ສໍາລັບວັກຊີນເຂັ້ມ 1 ຮອບໃໝ່ນີ້ ແມ່ນມີທັງຊີໂນຟາມ ແລະ ໄຟເຊີ ເຊິ່ງໄດ້ກຳນົດກຸ່ມເປົ້າໝາຍ ໂດຍໃຫ້ມີການລົງທະບຽນຜ່ານບ້ານ ແລະ ເມືອງຈະຈັດເປັນຕາຕະລາງ ວັນທີສັກ ຢ່າງລະອຽດແລ້ວ ຖ້າເຮົາໄປ ບໍ່ຖືກວັນທີທີ່ກໍານົດໄວ້ ກໍອາດຈະບໍ່ໄດ້ສັກຢາຕາມຈຸດປະສົງ.
ດັ່ງນັ້ນ ຂໍໃຫ້ບັນດາ ທ່ານທີ່ໄດ້ລົງທະບຽນແລ້ວນັ້ນສອບຖາມຂໍ້ມູນຈາກອໍານາດການປົກຄອງບ້ານວ່າບ້ານຕົນເອງຈະສາມາດໄປຮັບວັກຊິນໄດ້ໃນມື້ໃດເພື່ອບໍ່ເປັນການເສຍເວລາຂອງທ່ານ ແລະ ຫຼີກເວັ້ນການໄປອັງອໍຢູ່ໃນຈຸດສັກຢາແຕ່ລະຈຸດ.
ສຳລັບສະຖານທີ່ສັກວັກຊີນແຕ່ລະຈຸດ ແມ່ນໄປສັກໄດ້ ຢູ່ໂຮງຫມໍເມືອງ ແລະ ສະຖານທີ່ບໍລິການທີ່ທາງຄະນະສະເພາະກິດກໍານົດໄວຂໍ້ມູນລະອຽດໃນຕາຕະລາງກ່ຽວກັບສະຖານທີ່ໃຫ້ບໍລິການວັກຊີນ.

