ຜູ້ຕິດເຊື້ອໂຄວິດ-19 ຈຳນວນ 5 ຄົນສຸດທ້າຍຂອງແຂວງຄຳມ່ວນປິ່ນປົວດີແລ້ວ

ວັນທີ 13 ມິຖຸນາ 2021 ນີ້ ແຂວງຄຳມ່ວນໄດ້ປະກາດຜົນສຳເລັດໃນການປິ່ນປົວຜູ້ຈຕິດເຊື້ອ 5 ຄົນສຸດທ້າຍຂອງແຂວງ ໃນນັ້ນ 4 ຄົນແມ່ນເປັນຄົນໃນຄອບຄົວດຽວກັນຄື: ທ້າວ ແສງຄຳລົນ ອາຍຸ 30 ປີ ຢູ່ບ້ານໂພສີ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ (ຜົວ), ນາງ ແຕ່ງ ອາຍຸ 35 ປີ (ເມຍ), ທ້າວ ບຸນຫລາຍ ອາຍຸ 09 ປີ (ລູກ), ທ້າວ ສົມຊາຍ ອາຍຸ 06 ປີ (ລູກ) ຢູ່ບ້ານຜາແດງ ເມືອງຫີນບູນ ແຂວງຄຳມ່ວນ ແລະ ນາງ ລັດສະໝີ ອາຍຸ 20 ປີ ຢູ່ບ້ານດົງສະຫງຳ ເມືອງໜອງບົກ ແຂວງຄຳມ່ວນ ເປັນແຮງງານກັບມາຈາກການໄປເຮັດວຽກຢູ່ປະເທດໄທ ເຂົ້າຮັບການປິ່ນປົວໃນວັນທີ 21 ພຶດສະພາ 2021 ຜ່ານການປິ່ນປົວຂອງແພດໝໍ ຜົນກວດອອກມາເປັນລົບ 4 ຄັ້ງ ຈຶ່ງໄດ້ມີການນຳສົ່ງໃຫ້ກັບເມືອບ້ານເຮືອນຂອງຕົນເອງ ພ້ອມນັ້ນກໍ່ໄດ້ເເນະນຳໃຫ້ເຂົາເຈົ້າສືບຕໍ່ກັກບໍລິເວນຕົນເອງ ໂດຍໃຫ້ອຳນາດການປົກຄອງບ້ານ ແລະ ຄອບຄົວເປັນຜູ້ຕິດຕາມ ຈົນຄົບຕາມກຳນົດແລ້ວຈຶ່ງອະນຸຍາດໃຫ້ອອກສູ່ສັງຄົມພາຍນອກໄດ້.