ຢູເອັນ ນັດປະຊຸມເລືອກເລຂາທິການຄົນໃໝ່ວັນທີ8ມິຖຸນານີ້

ສຳນັກຂ່າວຕ່າງປະເທດ ລາຍງານ ເມື່ອວັນທີ 5 ມິຖຸນານີ້ວ່າ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດຈະປະຊຸມກັນໃນວັນທີ 8 ມິຖຸນານີ້ ເພື່ອສະເໜີຊື່ຜູ້ທີ່ຈະດຳລົງຕຳແໜ່ງເປັນເລຂາທິການສະຫະປະຊາຊາດຄົນຕໍ່ໄປ.
ທັງນີ້ ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດຄົນປັດຈຸບັນ ອະດີດນາຍົກລັດຖະມົນຕີ ປໍຕູເກດ ແລະ ຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດໄດ້ເລືອກໃຫ້ດຳລົງຕຳແໜ່ງຕໍ່ຈາກທ່ານ ບັນດີມູນ ເມື່ອວັນທີ 1 ກຸມພາ 2017 ຫລັງຜ່ານຈະບວນການຄັດເລືອກເມື່ອເດືອນຕຸລາ 2016 ທີ່ມີຜູ້ສະໝັກ 13 ຄົນ, ເປັນເພດຍິງ 7 ຄົນ ແລະ ຊາຍ 6 ຄົນ ໂດຍທ່ານ ກູເຕີເຣັສ ທີ່ຈະໝົດວາລະລົງໃນວັນທີ 31 ທັນວາປີນີ້ ຍັງເປັນຜູ້ສະໝັກຄົນດຽວທີ່ໄດ້ຮັບການສະເໜີຊື່ໂດຍຊາດສະມາຊິກສະຫະປະຊາຊາດ ຂະນະທີ່ມີຜູ້ສະໝັກໃນປີນີ້ອີກ 7 ຄົນທີ່ບໍ່ໄດ້ຮັບການສະໜັບສະໜູນຈາກລັດຖະບານໃດໆ ຊຶ່ງລວມເຖິງທັງທ່ານນາງ ໂຣຊາເລີຍ ອາເຕກາ ອະດີດປະທານາທິບໍດີຂອງ ເອກວາດໍ ອີກດ້ວຍ.

