ຮອດປີ 2025 ແຂວງສາລະວັນ ວາງເປົ້າໜາຍຈະສູ້ຊົນໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງມີໄຟຟ້າໃຊ້ 100% ໂດຍຈະສືບຕໍ່ຊຸກຍູ້ບັນດາໂຄງການ ທີ່ໄດ້ເຊັນສັນຍາຄຸ້ມຄອງໂຄງການ (SHOA) ເຂື່ອນຂະໜາດນ້ອຍຕໍ່າ 15 ເມກາວັດ ຈໍານວນ 7 ໂຄງການເຊັ່ນ: ເຂື່ອນໄຟຟ້າຫ້ວຍນໍ້າໃສ 1 (ຕາດກະເລີ່ຍ), ເຂື່ອນຫ້ວຍເປາະ 2, ເຂື່ອນຫ້ວຍໄລ່, ເຂື່ອນເຊລະນອງ 3 ເມືອງຕະໂອ້ຍ, ເຂື່ອນຫ້ວຍອາວຽນ ເມືອງສະໝ້ວຍ ແລະ ເຂື່ອນໄຟຟ້າເຊເສັດ – ແກ້ງຊັນ ເມືອງວາປີ. ສືບຕໍ່ຂະຫຍາຍໄຟຟ້າເຂົ້າບ້ານຊົນນະບົດ ຮອດປີ 2025 ບ້ານ ທີ່ມີໄຟຟ້າໃຊ້ກວມ ເອົາ 100%, ຫຼັງຄາເຮືອນຊົມໃຊ້ໄຟຟ້າໃຫ້ກວມ 95% ຂຶ້ນໄປ, ເອົາໃຈໃສ່ຄຸ້ມຄອງ ໂດຍມີມາດຕະການທີ່ໜັກແໜ້ນ ເພື່ອຄຸ້ມຄອງແຮ່ທາດ – ຊັບພະຍາກອນຕ່າງໆ ທາງໜ້າດິນ ແລະ ພື້ນດິນໃຫ້ເຂົ້າສູ່ລະບຽບການ.
ຊຸມປີຜ່ານມາ, ແຂວງສາລາວັນໄດ້ສຶກສາສໍາຫຼວດເຂື່ອນໄຟຟ້າ ພະລັງນ້ຳຂະໜາດນ້ອຍ ທີ່ມີກໍາລັງແຮງຕິດຕັ້ງຕໍ່າກວ່າ15 ເມກາວັດ ໄດ້ 7 ແຫ່ງ, ສໍາເລັດການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍເປາະ, ສ່ວນເຂື່ອນຫ້ວຍກະເພີ ຄາດວ່າການກໍ່ສ້າງຈະສໍາເລັດ ແລະ ດໍາເນີນການຜະລິດໃນປີ 2021. ຜະລິດກະແສໄຟຟ້າໄດ້ທັງໝົດ 2.244 ລ້ານກິໂລວັດໂມງ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 11%, ທຽບໃສ່ແຜນການລື່ນ 2,2%, ຂະຫຍາຍຕາຂ່າຍໄຟຟ້າ ເຂົ້າບ້ານໄດ້ 126 ບ້ານ, 8 ຕົວເມືອງ ມີໄຟຟ້າຊົມໃຊ້ 100%, ບ້ານຊົມໃຊ້ໄຟຟ້າ ມີ 561 ບ້ານເທົ່າ 96,89% ຂອງຈໍານວນບ້ານທັງໝົດ, ຈໍານວນຄົວເຮືອນທີ່ໃຊ້ໄຟຟ້າ ມີ 64.511 ຫຼັງຄາເຮືອນ ເທົ່າ 91% ຂອງຄົວເຮືອນທັງໝົດ.