ມາເລເຊຍກຽມລັອກດາວທົ່ວປະເທດ ຫວັງສະກັດໂຄວິດ-19 ລະບາດຮອບໃໝ່

ມາເລເຊຍກຽມປະກາດລັອກດາວທົ່ວປະເທດເປັນເວລາ 2 ອາທິດ ນັບແຕ່ວັນທີ 1-14 ມິຖຸນາ ຫລັງຍອດຜູ້ຕິດເຊື້ອໂຄວິດ-19 ແຕ່ລະວັນເພີ່ມຂຶ້ນຈົນເກີນພາວະເຄັ່ງຕຶງໃນການຮອງຮັບຜູ້ຕິດເຊື້ອຂອງໂຮງໝໍ.

ໃນປະກາດເຊິ່ງເຜີຍແຜ່ໃນເພຈເຟສບຸກຂອງນາຍົກລັດຖະມົນຕີ ມິຢູດດິນ ຢັດຊິນ ໃນຄໍ່າວັນທີ 28 ພຶດສະພາ ລະບຸວ່າ: ການລັອກດາວໄລຍະທຳອິດນັ້ນຈະອະນຸຍາດໃຫ້ເຊກເຕີເສດຖະກິດ ແລະ ບໍລິການທີ່ຈຳເປັນເທົ່ານັ້ນທີ່ສາມາດເປີດໄດ້ ເຊິ່ງຈະຢູ່ໃນລາຍຊື່ຂອງສະພາຄວາມໝັ້ນຄົງແຫ່ງຊາດຂອງມາເລເຊຍ.

ນອກຈາກນີ້ ການປາກົດຂຶ້ນຂອງໂຄວິດ-19 ສາຍພັນໃໝ່ທີ່ມີຄວາມຮຸນແຮງຍັງເປັນອີກປັດໄຈສຳຄັນທີ່ເຮັດໃຫ້ສະພາຄວາມໝັ້ນຄົງແຫ່ງຊາດຂອງມາເລເຊຍຕັດສິນໃຈໃຫ້ລັດຖະບານລັອກດາວທົ່ວປະເທດ.

ຖ້າການລັອກດາວໄລຍະ 1 ປະສົບຜົນສຳເລັດໃນການຫລຸດຈຳນວນຜູ້ຕິດເຊື້ອແຕ່ລະວັນໄດ້ລັດຖະບານຈະໃຊ້ມາດຕະການລັອກດາວໄລຍະ 2 ເປັນເວລາ 4 ອາທິດ ໂດຍອະນຸຍາດໃຫ້ເຊກເຕີເສດຖະກິດບາງສ່ວນເປີດໄດ້, ແຕ່ຫ້າມມີການລວມຕົວຂອງຄົນຈຳນວນຫລາຍ.

ສຳລັບການຕັດສິນໃຈທີ່ຈະປ່ຽນຈາກໄລຍະໜຶ່ງໄປຫາໄລຍະໜຶ່ງນັ້ນຈະຂຶ້ນຢູ່ກັບການປະເມີນຄວາມສ່ຽງຂອງກະຊວງສາທາລະນະສຸກມາເລເຊຍ ແລະ ຂຶ້ນຢູ່ກັບຈຳນວນຜູ້ຕິດເຊື້ອແຕ່ລະວັນ ແລະ ຄວາມຈຸຂອງໂຮງໝໍໃນການຮອງຮັບຜູ້ຕິດເຊື້ອໂຄວິດ-19.

ອ້າງອີງ: