ປກສ ກຸ່ມສີຖານ ຈັບຄົນລັກຕະແກງເຫຼັກອັດຮ່ອງລະບາຍນ້ຳຖະໜົນ ເຂດໄຟແດງດົງນາໂຊກ ຫາ ໄຟແດງເຕ້ 2 ໄດ້ແລ້ວ

ທ່ານ ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເວລາປະມານ 23:00 ໂມງຂອງວັນທີ 26 ພຶດສະພາ 2021, ເຈົ້າໜ້າທີ່ ປກສ ກຸ່ມສີຖານທີ່ຂື້ນກັບ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ອອກກວດກາລາດຕະເວນໃນພື້ນທີ່ຄວາມຮັບຜິດຊອບຂອງຕົນໄປຮອດບ້ານນາຄຳ ໄດ້ພົບເຫັນ ທ້າວ ຕຳລືງ ອາຍຸ 28 ປີ ອາຊີບກຳມະກອນ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ລັກເອົາຕະແກງເຫຼັກອັດຮ່ອງລະບາຍນ້ຳຖະໜົນ ຢູ່ຖະໜົນເຂດໄຟແດງດົງນາໂຊກ ຫາ ໄຟແດງເຕ້ 2 ຈື່ງໄດ້ນຳເອົາຕົວຜູ້ກ່ຽວມາສອບສວນ.
ເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນເວລາ 22:00 ໂມງຂອງວັນທີ 26 ພຶດສະພາ  ຕົນໄດ້ມາເຮືອນພີ່ນ້ອງຢູ່ບ້ານດົງນາໂຊກເໜືອ, ໃນເວລາກັບໄດ້ເຫັນຕະແກງເຫຼັກອັດຮ່ອງລະບາຍນ້ຳ ຈື່ງເກີດຄວາມຄິດຢາກໄດ້ໄປຂາຍເອົາເງີນ ແລະ ລົງມືລັກເອົາແລ້ວຍ່າງມາເຂດບ້ານນາຄຳ ເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນແລ້ວນຳຕົນມາຫ້ອງການ ປກສ ກຸ່ມ ພ້ອມທັງນຳຕົວພາໄປຊີ້ຈຸດບ່ອນລັກທຳແຜນປະກອບຄຳຮັບສາລະພາບ ແລ້ວນຳຕົວຜູ້ກ່ຽວສົ່ງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອດຳເນີນຄະດີຕາມກົດໝາຍ.