ນາຍົກລັດຖະມົນຕີ ອັງກິດ ຈະເຂົ້າງານວິວາເປັນຄັ້ງທີສາມ

ໜັງສືພິມ ເດິຊັນ ວັນທີ 24 ພຶດສະພານີ້ ໄດ້ລົງໃນໜ້າໜັງພິມວ່າ ນາຍົກລັດຖະມົນຕີອັງກິດ ບໍຣິດ ຈອນສັນ ພ້ອມກັບ ນາງ ແຄຣີ ຊີມອນ ໄດ້ສົ່ງບັດເຊີນໃຫ້ກັບໝູ່ເພື່ອນຂອງພວກເຂົາໃຫ້ເຂົ້າຮ່ວມງານວິວາຂອງພວກຕົນແລ້ວ.
ນາຍົກລັດຖະມົນຕີ ອັງກິດ ບໍຣິດ ຈອນສັນ ອາຍຸ 56 ປີໄດ້ມີງານໝັ້ນກັບນາງ ແຄຣີ ຊີມອນ ອາຍຸ 33 ປີ ແລະ ໄດ້ລູກຊາຍຮ່ວມກັນ 1 ຄົນ ຊື່ວ່າ ວິນເຟດ ລໍຣີ ນີໂຊລັສ ຈອນສັນ ກຳເນີດເມື່ອປີກາຍນີ້. ທັງສອງຄົນພວກເຂົາດຳລົງຊີວິດຢູ່ຮ່ວມກັນທີ່ເຮືອນເລກ 10 ເມືອງ ດາວນິງ ນັບແຕ່ມື້ທີ່ທ່ານ ຈອນສັນໄດ້ຮັບຕຳແໜ່ງເປັນຫົວໜ້າຄະນະລັດຖະບານຂອງ ອັງກິດເມື່ອປີ 2019 ເປັນຕົ້ນມາ.
ທ່ານ ບໍຣິດ ຈອນສັນ ເຄີຍແຕ່ງງານມາກ່ອນໜ້ານີ້ແລ້ວ 2 ຄັ້ງ: ຄັ້ງທີໜຶ່ງແຕ່ງກັບນາງ ມາຣີນາ ແວວເລີ, ມີລູກຮ່ວມກັນ 4 ຄົນ, ເມື່ອເດືອນກັນຍາ 2018 ພວກເຂົາໄດ້ແຍກທາງກັນ ພາຍຫຼັງຮ່ວມ ຊິວິດຄູ່ນຳກັນເປັນເວລາ 25 ປີ.
ແລະ ກ່ອນໜ້າ ນາງ ມາຣີນາ ແວວເລີ ນັ້ນ, ນາຍົກລັດຖະມົນຕີ ຈອນສັນ ໄດ້ແຕ່ງງານກັບນາງ ອານລີຣາ ມົສຕີນ ໂອເວັນ ມາກ່ອນແລ້ວ.

