ປກສ ສະຫວັນນະເຂດ ຈັບກຸມແກ້ງມົ້ວສຸມຢາເສບຕິດ ແລະ ລະເມີດມາດຕະການ

ທ່ານ ພັຕ ທະນູສອນ ຈິນດາວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນລະວ່າງວັນທີ 16-17 ພຶດສະພາ 2021, ເຈົ້າໜ້າທີ່ວິຊາສະເພາະ ໄດ້ສືບຮູ້ແຫຼ່ງຂ່າວວ່າ ມີກຸ່ມຄົນຈຳນວນໜຶ່ງມົ້ວສຸມຢາເສບຕິດ ຢູ່ຮ້ານຄາຣາໂອເກະແຫ່ງໜຶ່ງຂອບເຂດບ້ານນາເລົ່າ ນະຄອນໄກສອນພົມວິຫານຈຶ່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຈັບກຸມເປົ້າໝາຍຢູ່ຈຸດດັ່ງກ່າວ ແລະ ໄດ້ກວດຄົ້ນເຄຫະສະຖານ ພົບເຫັນມີການດື່ມກິນສິ່ງມຶນເມົາ ແລະ ມົ້ວສຸມຢາເສບຕິດ ຈຶ່ງໄດ້ກັກຕົວພວກກ່ຽວທັງໝົດ 11 ຄົນ ຍິງ 6 ຄົນ ຄື: ທ້າວ ເຈິນຮູປິງ (ອາປິງ) ອາຍຸ 30 ປີ ເຈົ້າຂອງຮ້ານຄາຣາໂອເກະ, ທ້າວ ອາເຊົ້າ ອາຍຸ 30 ປີ, ທ້າວ ລິວຫົງ ອາຍຸ 44 ປີ, ທ້າວ ລີຈຽງ ອາຍຸ 27 ປີ ທັງ 4 ເປັນຄົນສັນຊາດຈີນ, ທ້າວ ບຸນມີ ວົງສະຫວັນ ອາຍຸ 23 ປີ ກຳມະກອນຢູ່ບ້ານບາງຢ໋ອກ ນະຄອນປາກເຊ, ນາງຈິມມີ້ ສໍອາຄົມ ອາຍຸ 24 ປີ ວ່າງງານ ບ້ານຫ້ວຍລືສີ ເມືອງບາຈຽງ, ນາງ ເຈນນະຄອນ ບຸຜາວັນ ອາຍຸ 24 ປີ ກຳມະກອນບ້ານບາງຢ໋ອກ ນະຄອນປາກເຊ, ນາງ ອິນທານິນ ພູມສີສະຫວັດ ອາຍຸ 19 ປີ ວ່າງງານ ບ້ານແກ ນະຄອນປາກເຊ, ນາງ ດາ ຈັນບົວກອງ ອາຍຸ 21 ປີ ອາຊີບເຮັດນາ ບ້ານຂົວເຊ ເມືອງບາຈຽງ ທັງ 5 ຄົນ ເປັນຄົນແຂວງຈຳປາສັກ, ນາງ ເພັດອຳພອນ ຖິ່ນພາສຸກ ອາຍຸ 17 ປີ ບ້ານອຸດົມວິໄລ ນະຄອນໄກສອນພົມວິຫານ ແລະ ນາງ ນ້ອຍ ດອນດາລາ ອາຍຸ 23 ປີ ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ.
ຢຶດຂອງກາງຄະດີໄດ້ມີ: ຢາເສບຕິດປະເພດຢາອີ, ຢາເຄ (ຜົງສີຂາວ) ພ້ອມອຸປະກອນໃນການເສບຈຳນວນໜຶ່ງ, ລົດເກັງໜຶ່ງຄັນ ຍີ່ຫໍ້ ຈາກົວ ສີຂາວ ປ້າຍທະບຽນ ວຮ 9799 ກຳແພງນະຄອນ, ໂທລະສັບນຳນວນ 12 ໜ່ວຍ, ເງິນກີບຈຳນວນ 53.690.000 ກີບ, ເງິນບາດ 11.200 ບາດ, ເງິນໂດລາ 590 ໂດລາ, ເງິນດົງ 300.000 ດົງ, ເງິນຢວນ 100 ຢວນ, ເງິນເຢັນ ສະກຸນເງິນຢີ່ປຸ່ນ 1.000 ເຢັນ, ປື້ມຝາກທະນາຄານຈຳນວນ 3 ຫົວ, ບັດ ATM ໜຶ່ງບັດ, ທະບຽນລົດ, ແລະ ເອກະສານອື່ນໆ.