ປະຊາຊົນຢູ່ບ້ານໜອງໄຮ ຮ່ອມ 31 ໄດ້ຮັບຜົນກະທົບກິ່ນນໍ້າເປື້ອນຈາກ 2 ໂຮງງານ ໄລຍະປະຕິບັດມາດຕະການປ້ອງກັນໂຄວິດ ອຳນາດການປົກຄອງເລັ່ງແກ້ໄຂ

ອີງຕາມຂ່າວສານປະເທດລາວວັນທີ 19 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ປະຊາຊົນບ້ານໜອງໄຮ ຮ່ອມ 31 ເມືອງຫາຍຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຈາກນໍ້າເໝັນ ນໍ້າເປື້ອນຂອງໂຮງງານນົມສົ້ມ 3 ດາວ, ໂຮງງານນໍ້າດື່ມໂດ່ງດັງ ແລະ ບວກໃສ່ກັບນໍ້າເປື້ອນທີ່ມາຈາກຄົວເຮືອນຂອງປະຊາຊົນ ເຮັດໃຫ້ນໍ້າລົ້ນອອກມາຫົນທາງ ແລະ ສົ່ງກິນເໝັນແຮງໄປທົ່ວ ໂດຍມີປະຊາຊົນ 10 ກວ່າຫລັງຄາເຮືອນທີ່ໄດ້ຮັບຜົນກະທົບໜັກ, ເຊິ່ງບັນຫານີ້ໄດ້ມີຜົນປະທົບຕໍ່ສຸຂະພາບ ຂອງປະຊາຊົນໃນຮ່ອມບ້ານດັ່ງກ່າວ.
ທ່ານ ສອນເພັດ ແກ້ວປະດິດ ເລຂາພັກບ້ານ, ນາຍບ້ານບ້ານໜອງໄຮ ໃຫ້ຮູ້ວ່າ: ບັນຫາເລື່ອງນໍ້າເປື້ອນ ແມ່ນມີຜົນກະທົບມາແຕ່ດົນມາແລ້ວ ເຊິ່ງຜ່ານມາທາງບ້ານກໍໄດ້ມີການລະດົມທຶນກັບນັກທຸລະກິດ, ຜູ້ປະ ກອບການທຸລະກິດ ໂດຍມີໂຮງງານນົມສົ້ມ 3 ດາວ, ໂຮງງານນ້ຳດື່ມໂດ່ງດັງ (ຮ້ານອາຫານໂດ່ງດັງ) ແລະ ຮ້ານປີ້ງຫູໝູກຸ້ງຕາວັນ ໄດ້ຊື້ທໍ່ມາໃສ່ ເຊິ່ງສາມາດແກ້ບັນຫາໄດ້ໃນລະດັບໜຶ່ງ. ຕໍ່ມາທໍ່ເກີດມີການອັດຕັນ ທາງບ້ານກໍໄດ້ສະເໜີໃຫ້ ຜູ້ປະກອບການທຸລະກິດ 3 ພາກສ່ວນລົງມາແກ້.
ໃນປີ 2020 ຜ່ານມາ ອຳນາດການປົກຄອງບ້ານ ກໍໄດ້ເຮັດໜັງສືແຈ້ງເຊີນພາກສ່ວນດັ່ງກ່າວມາປຶກສາຫາລື ແລະ ຮ່ວມກັນແກ້ໄຂບັນຫາ ໄລຍະນັ້ນ, ຮ້ານໂດ່ງດັງ ໄດ້ມີການຂັດຂ້ອງໂດຍໃຫ້ເຫດຜົນວ່າ ເປັນຊ່ວງກັກກັນໂຄວິດ-19 ແຕ່ມາຮອດປັດຈຸບັນ 2 ພາກສ່ວນຄື: ໂຮງງານນົມສົ້ມ 3 ດາວ ແລະ ໂຮງງານນ້ຳດື່ມໂດ່ງດັງ (ຮ້ານອາຫານໂດ່ງດັງ) ໄດ້ລົງມາແກ້ໄຂບັນຫາເບື້ອງຕົ້ນກ່ອນ ໂດຍການຮື້ທໍ່, ອະນາໄມສິ່ງທີ່ອັດຕັນ.
ພ້ອມນີ້, ອຳນາດການປົກຄອງບ້ານ ກໍໄດ້ມີການປະສານກັບໜ່ວຍງານສິ່ງແວດລ້ອມຂັ້ນບ້ານ ລົງໄປຕິດຕາມເບິ່ງວ່າ ຄວນຈະປັບປຸງ ແລະ ແກ້ໄຂໃນໄລຍາວດ້ວຍວິທີໃດ ເຊິ່ງໃນຕໍ່ໜ້າທາງບ້ານ ສົມທົບກັບຜູ້ປະກອບການທຸລະກິດ ແລະ ປະຊາຊາຊົນ ພາຍໃນບ້ານ ອາດຈະເຮັດເປັນຮ່ອງລະບາຍທີ່ໄດ້ຮັບມາດຕະຖານກວ່າເກົ່າ.

