18 ພຶດສະພາ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ 49 ຄົນ

ປັດຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງສືບຕໍ່ແຜ່ລະບາດເປັນວົງກວ້າງ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ມາຮອດວັນທີ 18 ພຶດສະພາ 2021 ນີ້, ຄະນະສະເພາະກິດ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ 49 ຄົນ. ໃນນັ້ນ, ຢູ່ນະຄອນຫລວງວຽງຈັນ 8 ຄົນ, ຈຳປາສັກ 15 ຄົນ (ນຳເຂົ້າ), ແຂວງບໍ່ແກ້ວ 26 ຄົນ (ເມືອງຕົ້ນເຜິ້ງ 25 ຄົນ),ລວມຕົວເລກສະສົມຜູ້ຕິດເຊື້ອທັງໝົດ 1.687 ຄົນ, ເສຍຊີວິດສະສົມ 2 ຄົນ, ປິ່ນປົວຫາຍດີ 686 ຄົນ, ຍັງສືບຕໍ່ປິ່ນປົວ 999 ຄົນ.
ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ລາຍງານໃຫ້ຮູ້ໃນວັນທີ 18 ພຶດສະພາ 2021 ນີ້ວ່າ: ໃນວັນທີ 17 ພຶດສະພາ ຄະນະສະເພາະກິດ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.967 ຕົວຢ່າງ, ໃນນັ້ນ ນະຄອນຫລວງ 1.199ຕົວຢ່າງ, ບໍ່ແກ້ວ 29 ຕົວຢ່າງ ແລະ ທີ່ເຫລືອແມ່ນແຂວງອື່ນໆ 739 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 49 ຄົນ. ໃນນັ້ນ, ຄົນເຈັບຕິດເຊື້ອໃໝ່ຢູ່ນະຄອນຫລວງ 8 ຄົນ ແມ່ນຕິດເຊື້ອຈາກຄົນເຈັບເກົ່າ ທີ່ຕິດເຊື້ອໃນຊຸມຊົນ, ແຂວງບໍ່ແກ້ວ 26 ຄົນ ນັ້ນ, 1 ຄົນແມ່ນຕິດເຊື້ອໃນແຂວງບໍ່ແກ້ວ ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແລະ ສ່ວນ 25 ຄົນ ທີ່ຕິດເຊື້ອຢູ່ເຂດເສດຖະກິດພິເສດ ແມ່ນຕິດເຊື້ອພາຍໃນຊຸມຊົນ, ສໍາລັບ ແຂວງຈໍາປາສັກ 15 ຄົນ ແມ່ນກໍລະນີນຳເຂົ້າ, ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດແບບຖືກກົດໝາຍ.
ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເຫັນວ່າການລາຍງານຈຳນວນກໍລະນີ ໃໝ່ບາງແຂວງ ມີທ່າອ່ຽງຢູ່ໂຕ ແລະ ຫລຸດລົງ, ແຕ່ສະເພາະໃນນະຄອນຫລວງວຽງຈັນ ແລະ ແຂວງ ບໍ່ແກ້ວ (ເຂດເສດຖະກິດພິເສດ) ແມ່ນຍັງສືບຕໍ່ມີຄົນເຈັບຕິດເຊື້ອໃໝ່ ທີ່ລະບາດໃນຊຸມຊົນ ໂດຍສະ ເພາະໃນອາທິດນີ້, ສັງເກດເຫັນວ່າ ລັກສະນະການລະບາດພາຍໃນນະຄອນຫລວງວຽງຈັນ ແມ່ນແຜ່ກະຈາຍໄປຫລາຍບ້ານ, ຫລາຍເມືອງ, ມີຄົນເຈັບຕິດເຊື້ອໃໝ່ຕິດຕໍ່ກັນເປັນຫລາຍລຸ້ນ, ເກີດເປັນຈຸ້ມຫລາຍບ່ອນ, ມີບາງກໍລະນີຕິດເຊື້ອໃໝ່ ໂດຍບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ. ນອກຈາກນີ້, ຍັງພົບຢູ່ໃນບັນດາຫ້ອງການ, ອົງການລັດຖະບານ ແລະ ສະຖານທີ່ບໍລິການຕ່າງໆ, ຕໍ່ກັບບັນຫານີ້ ຍົກໃຫ້ເຮົາເຫັນວ່າ ປະເທດພວກເຮົາຈຶ່ງຍັງມີຄວາມສ່ຽງສູງ ທີ່ຈະລະບາດໃນຊຸມຊົນເປັນວົງກ້ວາງ ແລະ ແກ່ຍາວ ຖ້າຫາກພວກເຮົາຍັງບໍ່ເອົາໃຈໃສ່ ປະຕິບັດຕາມແຈ້ງການຕ່າງໆ ຂອງທ່ານນາຍົກ ວາງອອກ ຢ່າງເຄັ່ງຄັດ.

