ອິສລາແອນຍັງໂຈມຕີເຂດກາຊາຢ່າງຕໍ່ເນື່ອງ ທ່າມກາງກະແສຮຽກຮ້ອງໃຫ້ຢຸດຍິງ

ກອງທັບອິສລາແອນຍັງໂຈມຕີເຂດກາຊາຢ່າງຕໍ່ເນື່ອງ ໂດຍມຸ່ງເປົ້າໃສ່ເຄືອຂ່າຍອຸໂມງໃຕ້ດິນຂອງກຸ່ມຮາມາດ, ສ່ວນກຸ່ມຕິດອາວຸດ ເຊິ່ງຄວບຄຸມປາແລັສຕິນກຸ່ມນີ້ກໍຕອບໂຕ້ດ້ວຍການຍິງຈະຫລວດໃສ່ເມືອງທາງຕອນໃຕ້ຂອງອິສລາແອນຢ່າງຕໍ່ເນື່ອງ.

ທັງຝຣັ່ງ ແລະ ອີຢິບ ຕ່າງຮຽກຮ້ອງໃຫ້ຢຸດຄວາມຮຸນແຮງຄັ້ງນີ້ ເຊິ່ງຍືດເຍື້ອເຂົ້າສູ່ອາທິດທີສອງແລ້ວ ແລະ ມີຜູ້ເສຍຊີວິດໃນກາຊາ 200 ກວ່າຄົນ, ຂະນະທີ່ໃນອິສລາແອນມີ 10 ຄົນ.

ອາເມລິກາຮຽກຮ້ອງໃຫ້ທັງສອງຝ່າຍຫລີກລ່ຽງການໂຈມຕີໃນບໍລິເວນທີ່ສ່ຽງເຮັດໃຫ້ພົນລະເຮືອນເສຍຊີວິດ, ແຕ່ຖືກກ່າວຫາວ່າໄປຂັດຂວາງການຮຽກຮ້ອງການຢຸດຍິງຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC).

ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິສລາແອນ ບອກວ່າປະຕິບັດການຂອງກອງທັບຈະດຳເນີນຕໍ່ໄປຢ່າງ “ເຕັມກຳລັງ” ແລະ ຈະຕ້ອງໃຊ້ເວລາກວ່າທີ່ສະຖານະການຈະກັບມາສະຫງົບອີກ.