17 ພຶດສະພານີ້ ແຂວງຈຳປາສັກ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີເພີ່ມ 11 ຄົນ

ໃນວັນທີ 17 ພຶດສະພານີ້, ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການ ໂຮງໝໍແຂວງຈໍາປາສັກ ຜູ້ຮັບຜິດຊອບສູນປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ ຕ່າງໜ້າຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານວ່າ: ໃນວັນທີ 17 ພຶດສະພາ ແຂວງຈໍາປາສັກ ໄດ້ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ 11 ຄົນ. ພ້ອມນີ້ກໍມີຜູ້ຕິດເຊື້ອໃໝ່ 3 ຄົນ ເປັນແຮງງານລາວເຂົ້າມາຈາກປະເທດເພື່ອນບ້ານທັງໝົດ ໃນນັ້ນມີປະຊາຊົນບ້ານເຊລະບໍາ ເມືອງຊະນະສົມບູນ 1 ຄົນ, ບ້ານທາງຄົບເມືອງຈໍາປາສັກ 1 ຄົນ ແລະ ບ້ານຝັ່ງແດງ ເມືອງໂພນທອງ 1 ຄົນ.

ມາຮອດມື້ນີ້ ເປັນເວລາ 10 ວັນແລ້ວບໍ່ມີການຕິດເຊື້ອຢູ່ໃນຊຸມຊົນ. ສໍາລັບການປິ່ນປົວຜູ້ຕິດເຊື້ອ ສ່ວນຫຼາຍແມ່ນມີອາການເບົາບາງ ຊຶ່ງປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ສ່ວນຜູ້ທີ່ມີອາການປານກາງມີ 2 ຄົນແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍເມືອງໂພນທອງ ,ໃນນັ້ນ 1 ກໍລະນີມີອາການໜ້າເປັນຫ່ວງ ຊຶ່ງແມ່ນເພດຍິງທີ່ຖືພາໄດ້ 5 ເດືອນ ເຊິ່ງແພດໝໍ ແລະ ຊ່ຽວຊານຫວຽດນາມໄດ້ສຸມໃສ່ໃນການປິ່ນປົວຢ່າງໃກ້ຊິດ.

ທ່ານ ຮອງຜູ້ອໍານວຍການໂຮງໝໍແຂວງ ໃຫ້ຮູ້ຕື່ມວ່າ: ສະພາບການປິ່ນປົວ ຄົນທີ່ມີອາການເບົາບາງ ໝາຍຄວາມວ່າຜູ້ຕິດເຊື້ອບໍ່ມີອາການຫຍັງ ແມ່ນປິ່ນປົວທີ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້, ແລະການປິ່ນປົວກໍມີຄວາມສະດວກ. ສ່ວນ 2 ຄົນອາການປານກາງ ປົວຢູ່ໂຮງໝໍເມືອງໂພນທອງ ໃນນັ້ນ 1 ຄົນທີອາການເລີ່ມໜັກແມ່ນໃຫ້ກິນຢາຕ້ານໄວຣັດ,ໃສ່ອົກຊີ ແລະ ຢູ່ໃນຄວາມດູແລຂອງແພດໝໍຢ່າງເອົາໃຈໃສ່.