ພາຍຸເຂດຮ້ອນຕາລັດຂຶ້ນຝັ່ງຫວຽດນາມ ມີຜູ້ເສຍຊີວິດ 1 ຄົນ, ສູນຫາຍ 10 ຄົນ

ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານວ່າ: ພາຍຸເຂດຮ້ອນຕາລັດພັດຂຶ້ນຝັ່ງແຂວງເຫງະອານ ແລະ ແຂວງຮາຕິງ ທາງຕອນກາງຂອງຫວຽດນາມ ໃນຕອນເຊົ້າວັນທີ 17 ກໍລະກົດນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ອີກ 10 ຄົນສູນຫາຍ.
ເຈົ້າໜ້າທີ່ເມືອງເຫງະອານກ່າວວ່າ: ພົບຍິງອາຍຸ 48 ປີ ເສຍຊີວິດຈາກເຫດຫລັງຄາເຮືອນພັງລົງທັບ 1 ຄົນ ແລະ ອີກ 10 ຄົນສູນຫາຍ, ພາຍຫລັງເກີດເຫດເຮືອບັນທຸກຖ່ານຫີນຂວ້ຳກາງທະເລໃກ້ກັບເກາະຫ່ອນງື, ເຈົ້າໜ້າທີ່ກູ້ໄພສາມາດຊ່ວຍຊີວິດຄົນໃນເຮືອໄດ້ 3 ຄົນ. ຄະນະກຳມະການກາງປ້ອງກັນ ແລະ ຄວບຄຸມໄພພິບັດຂອງຫວຽດນາມເປີດເຜີຍວ່າ: ອິດທິພົນພາຍຸເຂດຮ້ອນພັດຖະຫລົ່ມ ສົ່ງຜົນໃຫ້ເຮືອນຫລາຍພັນຫລັງໃນ 2 ແຂວງ ແລະ ພື້ນທີ່ໃກ້ຄຽງໄດ້ຮັບຄວາມເສຍຫາຍ ລວມທັງເຮັດໃຫ້ລະດັບນ້ຳໃນແມ່ນ້ຳເພີ່ມສູງຂຶ້ນ 2-6 ແມັດ.
ລາຍງານລະບຸວ່າ: ແຮງລົມໄດ້ພັດເອົາຫລັງຄາເຮືອນຫລຸດອອກຈາກເຮືອນກວ່າ 2.700 ຫລັງ, ຕົ້ນໄມ້ຈຳນວນຫລາຍຫັກ ແລະ ເນື້ອທີ່ປູກຝັງຈຳນວນຫລາຍໄດ້ຮັບຄວາມເສຍຫາຍຢູ່ແຂວງເຫງະອານ, ສ່ວນຢູ່ແຂວງຮາຕິງ ມີລາຍງານເຫດເຮືອປະມົງຂວ້ຳ 3 ລຳ. ນອກຈາກນີ້ ພາຍຸຍັງພັດຖະຫລົ່ມທ່າເຮືອຢູ່ແຂວງກວາງບິງ ສົ່ງຜົນໃຫ້ເຮືອຫລາຍລຳໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ໄດ້ຮັບບາດເຈັບ 7 ຄົນ.
ເຖິງຢ່າງໃດກໍຕາມ, ມີການຄາດຄະເນວ່າ: ພາຍຸຕາລັດ ເຊິ່ງເປັນພາຍຸເຂດຮ້ອນຫົວທີ 2 ທີ່ພັດຖະຫລົ່ມຫວຽດນາມໃນປີນີ້ ຈະຄ່ອຍໆອ່ອນກຳລັງລົງເປັນຄວາມກົດດັນອາກາດຕໍ່າ ຂະນະທີ່ເຄື່ອນທີ່ເຂົ້າສູ່ຕອນກາງຂອງ ສປປ ລາວ ໃນຕອນຄໍ່າວັນທີ 17 ກໍລະກົດນີ້.

